ຂ່າວເດັ່ນ

ງານ​ພົບ​ປະ​ພະ​ນັກ​ງານ​ລຸ້ນ​ຕ່າງໆ​ຂອ​ງວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຜ່າ​ນ​ແຕ່​ລະ​ໄລ​ຍະ

ງານ​ພົບ​ປະ​ພະ​ນັກ​ງານ​ລຸ້ນ​ຕ່າງໆ​ຂອ​ງວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຜ່າ​ນ​ແຕ່​ລະ​ໄລ​ຍະ

(VOVWORLD) - ຕອນເຊົ້າວັນທີ 8 ມິຖຸນາ, ຢູ່ສະຖານີວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 58 ຖະໜົນ ກວານຊື, ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດງານພົບປະພະນັກງານລຸ້ນຕ່າງໆເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 100 ປີ (ວັນທີ 21 ມິຖຸນາ 1925 – 21 ມິຖຸນາ 2025).

ບັນດາພະນັກງານລຸ້ນຕ່າງໆຂອງ VOV

 ນີ້ແມ່ນໂອກາດເພື່ອທົບທວນຄືນໄລຍະເວລາທີ່ສະຫງ່າອົງອາດ, ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຂອງພະນັກງານນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ລຸ້ນຕ່າງໆ, ຢັ້ງຢືນຄວາມຕັດສິນໃຈໝັ້ນແກ່ນກ້າວເດີນບົນເສັ້ນທາງພັດທະນາຂອງສື່ມວນຊົນ ຫວຽດນາມ ພາຍໃຕ້ການນຳພາຂອງພັກ.

        ເມື່ອກ່າວຄຳເຫັນໃນງານພົບປະ, ທ່ານ ໂດະຕຽນສີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຢັ້ງຢືນວ່າ: ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສູ້ຊົນຢ່າງບໍ່ຢຸດຢັ້ງເພື່ອສົມກັບເປັນນັກຮົບຕະລຸມບອນໃນທຸກແນວຮົມແນວຄິດວັດທະນະທຳ, ຍາມໃດກໍມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ; ຢັ້ງຢືນທີ່ຕັ້ງບົດບາດເປັນໜຶ່ງໃນບັນດາອົງການກະບອກສຽງແຖວໜ້າຂອງພັກ ແລະ ລັດ. ທ່ານເນັ້ນໜັກວ່າ:

        “ເມື່ອກ້າວເຂົ້າສູ່ສັງກາດບຸກບືນຂອງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ພວມມີການຫັນປ່ຽນຢ່າງແຮງເພື່ອຍົກສູງກຳລັງຄວາມສາມາດສື່ສານດ້ວຍຫຼາຍຮູບຫຼາຍແບບ, ຫຼາຍພາຫະນະ; ໃນນັ້ນ, ການຫັນເປັນດີຈີຕອນແມ່ນຄວາມຮຽກຮ້ອງແກ່ນສານ. ວິທະຍຸກະຈາຍສຽງ ຫວຽດນາມ ຢັ້ງຢືນບັນດາກຳນົດທິດຍຸດທະສາດແມ່ນ ຕ້ອງພັດທະນາເນື້ອໃນທີ່ມີຄຸນນະພາບສູງ, ລົງເລິກ ແລະ ວັດທະນະທຳມະນຸດ; ເພີ່ມທະວີການຫັນເປັນດີຈີຕອນ.”

This site is protected by reCAPTCHA and the Google Privacy Policy and Terms of Service apply.