ຂ່າວເດັ່ນ

ງານ​ວາງ​ສະ​ແດງ 80 ປີ ກະ​ສິ​ກຳ ແລະ ສິ່ງ​ແວ​ດ​ລ້ອມ: ເພື່ອ​ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ ອະ​ນາ​ຄົດທີ່​ຍືນ​ຍົງ

ງານ​ວາງ​ສະ​ແດງ 80 ປີ ກະ​ສິ​ກຳ ແລະ ສິ່ງ​ແວ​ດ​ລ້ອມ: ເພື່ອ​ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ ອະ​ນາ​ຄົດທີ່​ຍືນ​ຍົງ

(VOVWORLD) - ໂດຍໄດ້ດຳເນີນແຕ່ວັນທີ 28 ສິງຫາ ຫາວັນທີ 5 ກັນຍາ, ຢູ່ ຫໍ ກິມກຸຍ, ຕາແສງ ດົງແອັງ, ນະຄອນຮ່າໂນ້ຍ, ງານວາງສະແດງໄດ້ຮັບການອອກແບບຕາມຄວາມຮູ້ສຶກ “ອະດີດຕະການແຫ່ງຄວາມສະຫງ່າອົງອາດ - ການປ່ຽນແປງໃໝ່ໃນປະຈຸບັນ - ການບຸກທະລຸໃນອະນາຄົດ”, ສົມທົບກັບການວາງສະແດງວັດຖຸພັນ ແລະ ແອັບ ເຕັກໂນໂລຢີທີ່ທັນສະໄໝ.

ທ່ານ ຟຸ່ງດຶກຕຽນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ (ພາບ: VOV5)

ເມື່ອກ່າວຄຳເຫັນໃນການປະຊຸມຂ່າວກ່ຽວກັບງານວາງສະແດງຂະແໜງກະສິກຳ ແລະ ສິ່ງແວດລ້ອມ ພາຍໃຕ້ຫົວຂໍ້ “80 ປີແຫ່ງການພັດທະນາຂະແໜງກະສິກຳ ແລະ ສິ່ງແວດລ້ອມ ເພື່ອຄວາມວັດທະນາຖາວອນຂອງຊາດ ແລະ ອະນາຄົດທີ່ຍືນຍົງ” ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 18 ສິງຫາ ຢູ່ຮ່າໂນ້ຍ, ທ່ານ ຟຸ່ງດຶກຕຽນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ເນັ້ນໜັກວ່າ:

“ດ້ວຍບັນດາຜົນງານກ່ຽວກັບກະສິກຳ ແລະ ສິ່ງແວດລ້ອມ, ພິເສດແມ່ນ 40 ປີແຫ່ງການປ່ຽນແປງໃໝ່, ງານວາງສະແດງສະແດງໃຫ້ເຫັນບັນດາກົນໄກ, ນະໂຍບາຍ, ທິດທາງໃຫຍ່ຂອງພັກ, ບັນດາກົດໝາຍກ່ຽວກັບກະສິກຳ ແລະ ສິ່ງແວດລ້ອມ. ງານວາງສະແດງແມ່ນບ່ອນເຕົ້າໂຮມສິ່ງຍອດຍິ່ງ, ເຜີຍແຜ່ບັນດາຜົນງານຂອງຂະແໜງກະສິກຳ ແລະ ສິ່ງແວດລ້ອມ. ນີ້ກໍແມ່ນກຳລັງໜູນແຜ່ກະຈາຍເພື່ອໃຫ້ຂະແໜງກະສິກຳ ແລະ ສິ່ງແລດລ້ອມນັບມື້ນັບພັດທະນາດີກວ່າເກົ່າ, ຄືດັ່ງຄຳຢັ້ງຢືນຂອງພັກທີ່ວ່າ ກະສິກຳແມ່ນເສົາຄ້ຳຂອງພື້ນຖານເສດຖະກິດ ກໍຄືເສີມຂະຫຍາຍທ່າໄດ້ປຽບແຫ່ງຊາດ”.

ໂດຍໄດ້ດຳເນີນແຕ່ວັນທີ 28 ສິງຫາ ຫາວັນທີ 5 ກັນຍາ, ຢູ່ ຫໍ ກິມກຸຍ, ຕາແສງ ດົງແອັງ, ນະຄອນຮ່າໂນ້ຍ, ງານວາງສະແດງໄດ້ຮັບການອອກແບບຕາມຄວາມຮູ້ສຶກ “ອະດີດຕະການແຫ່ງຄວາມສະຫງ່າອົງອາດ - ການປ່ຽນແປງໃໝ່ໃນປະຈຸບັນ - ການບຸກທະລຸໃນອະນາຄົດ”, ສົມທົບກັບການວາງສະແດງວັດຖຸພັນ ແລະ ແອັບ ເຕັກໂນໂລຢີທີ່ທັນສະໄໝ.

This site is protected by reCAPTCHA and the Google Privacy Policy and Terms of Service apply.