ຂ່າວເດັ່ນ

ງານ​ວາງ​ສະ​ແດງ “ດ່າ​ນັງ-ອະ​ດີດ​ຕະ​ການ ແລະ ປະ​ຈຸ​ບັນ”

ງານ​ວາງ​ສະ​ແດງ “ດ່າ​ນັງ-ອະ​ດີດ​ຕະ​ການ ແລະ ປະ​ຈຸ​ບັນ”

(VOVWORLD) - ກ່ວາ 300 ຮູບພາບ, ພາບແຕ້ມ ແລະ ເອກະສານ, ປື້ມ, ໜັງສືພິມເກືອບ 3000 ຢ່າງທີ່ນຳມາວາງສະແດງ ໄດ້ນຳມາເຊິ່ງການມອງເຫັນອັນຮອບດ້ານກ່ຽວກັບປະຫວັດສາດເຂດຕົວເມືອງ...

(ພາບ: VOV)

  ໂດຍຕອບສະໜອງພິທີສະເລີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງອົງຄະນະພັກນະຄອນ ດ່ານັງ ແລະ 50 ປີແຫ່ງວັນປົດປ່ອຍນະຄອນ, ແຕ່ວັນທີ 22-30 ມີນາ, ພະແນກວັດທະນະທຳ ແລະ ກິລານະຄອນ ດ່ານັງ ໄດ້ຈັດງານວາງສະແດງ “ດ່ານັງ-ອະດີດຕະການ ແລະ ປະຈຸບັນ”. ງານວາງສະແດງໄດ້ສະແດງຄືນບັນດາພາບພົດນະຄອນ ດ່ານັງ ຢ່າງມີຊີວິດຊີວາ ກ່ຽວກັບຊຸມວັນຫາກໍ່ໄດ້ສ້າງຕັ້ງຂຶ້ນ ຕະຫຼອດຮອດໄລຍະພັດທະນາຢ່າງແຮງໃນປະຈຸບັນ. ກ່ວາ 300 ຮູບພາບ, ພາບແຕ້ມ ແລະ ເອກະສານ, ປື້ມ, ໜັງສືພິມເກືອບ 3000 ຢ່າງທີ່ນຳມາວາງສະແດງ ໄດ້ນຳມາເຊິ່ງການມອງເຫັນອັນຮອບດ້ານກ່ຽວກັບປະຫວັດສາດເຂດຕົວເມືອງ, ການປ່ຽນແປງໃໝ່ ບືນຕົວຂຶ້ນຕາມແຕ່ລະວັນຂອງນະຄອນ ດ່ານັງ ແລະ ຊ່ວຍລຸ້ນປະຈຸບັນ ເຂົ້າໃຈແຈ້ງກ່ວາກ່ຽວກັບຄວາມມານະພະຍາຍາມ, ການເສຍສະຫຼະຂອງລຸ້ນພໍ່ລຸ້ນອ້າຍ ເພື່ອສ້າງສາ ແລະ ປົກປັກຮັກສານະຄອນແຫ່ງຄວາມຮັກ. ນີ້ແມ່ນເຫດການທີ່ມີຄວາມໝາຍ ຫວນຄືນໄລຍະທາງປະຫວັດສາດທີ່ສະຫງ່າອົງອາດ, ເຊີດຊູບັນດາຜົນງານອັນໃຫ່ຍຫຼວງຊື່ງກອງທັບ, ປຊຊ ແລະ ອຳນາດການປົກຄອງນະຄອນບັນລຸໄດ້, ຢັ້ງຢືນອິດທິພົນຊື່ສຽງຂອງ ດ່ານັງ ໃນໄລຍະເຊື່ອມໂຍງ ແລະ ພັດທະນາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.