ຂ່າວເດັ່ນ

ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ 2023: ເສີມຂະຫຍາຍບັນດາແຫຼ່ງກຳລັງວັດທະນະທຳທີ່ເປັນມູນເຊື້ອຂອງນະຄອນຫຼວງ

ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ 2023: ເສີມຂະຫຍາຍບັນດາແຫຼ່ງກຳລັງວັດທະນະທຳທີ່ເປັນມູນເຊື້ອຂອງນະຄອນຫຼວງ

(VOVWORLD) - ງານບຸນປີນີ້ຈະມີ 9 ການເຄື່ອນໄຫວແນະນຳສິລະປະ, ບັນດາເຫດການວົງຄະນະຍາດ, ງານຕະຫຼາດນັດປະດິດຄິດສ້າງ ເຊິ່ງຈະໄດ້ຮັບການຈັດຂຶ້ນຢູ່ສະຖານທີ່ຕົ້ນຕໍຂອງງານບຸນນັ້ນແມ່ນໂຮງງານລົດໄຟ ຢາເລີມ, ທາດ ຮ່າງເດົາ ແລະ ສວນສາທາລະນະ ວ້ານຊວັນ...

ທ່ານ ໂດ໊ດິ່ງຮົ່ງ, ຫົວໜ້າພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ

ງານບຸນອອກແບບປະດິດຄິດສ້າງຮ່າໂນ້ຍ ປີ 2023 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 17 – 26 ພະຈິກ. ງານບຸນຈະມີກ່ວາ 60 ການເຄື່ອນໄຫວວັດທະນະທຳດ້ວຍ 4 ກິດຈະກຳແນະນຳສະຖາປັດຕະຍາກຳ, ດຶງດູດການເຂົ້າຮ່ວມຂອງກ່ວາ 200 ຫົວໜ່ວຍ, ນັກປະດິດຄິດສ້າງ ແລະ ບັນດານັກສິລະປະການໃນຫຼາຍຂົງເຂດ. ໃນຂອບເຂດລາຍການ, ມີກອງປະຊຸມສຳມະນາ, ການໂອ້ລົມສົນທະນາ ແລະ ການວາງສະແດງຕ່າງໆໄດ້ຮັບການຈັດຂຶ້ນ. ພິເສດ, ງານບຸນປີນີ້ຈະມີ 9 ການເຄື່ອນໄຫວແນະນຳສິລະປະ, ບັນດາເຫດການວົງຄະນະຍາດ, ງານຕະຫຼາດນັດປະດິດຄິດສ້າງ ເຊິ່ງຈະໄດ້ຮັບການຈັດຂຶ້ນຢູ່ສະຖານທີ່ຕົ້ນຕໍຂອງງານບຸນນັ້ນແມ່ນໂຮງງານລົດໄຟ ຢາເລີມ, ທາດ ຮ່າງເດົາ ແລະ ສວນສາທາລະນະ ວ້ານຊວັນ; ສະຖານີ ລົດໄຟ ລອງບຽນ ແລະ ຢາເລີມ, ພ້ອມກັບບັນດາການເຄື່ອນໄຫວ, ເຫດການວັດທະນະທຳໃນບໍລິເວນບັນດາເມືອງ, ເທດສະບານຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ການຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ໂດ໊ດິ່ງຮົ່ງ, ຫົວໜ້າພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ໃຫ້ຮູ້ວ່າ:

          “ພວກເຮົາມີຊັບພະຍາກອນກ່ຽວກັບມໍລະດົກວັດທະນະທຳອັນໃຫຍ່ຫຼວງ. ນະຄອນຫຼວງ ຮ່າໂນ້ຍ ມີປູຊະນີຍະສະຖານກ່ວາ 5.900 ແຫ່ງ, ມໍລະດົກວັດທະນະທະບໍ່ເປັນວັດຖຸ 1.793 ແຫ່ງ ແລະ ພິເສດ, ມີກ່ວາ 1.200 ງານບຸນ ແລະ 1.350 ໝູ່ບ້ານອາຊີບ. ຫັດຖະກຳອາດເວົ້າໄດ້ວ່າ ແຫຼ່ງຊັບພະຍາກອນຂອງນະຄອນຫຼວງຮ່າໂນ້ຍ ແມ່ນໃຫຍ່ຫຼວງຫຼາຍ. ດັ່ງນັ້ນ, ງານບຸນອອກແບບປະດິດຄິດສ້າງຕ້ອງໄດ້ຂຸດຄົ້ນ ແລະ ເສີມຂະຫຍາຍຢ່າງສູງສຸດ”.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.