ຂ່າວເດັ່ນ

ງານບຸນວິຫານເກືອອົງ: ເຊີດຊູບັນດາຄຸນຄ່າວັດທະນະທຳຂອງຊາດ

ງານບຸນວິຫານເກືອອົງ: ເຊີດຊູບັນດາຄຸນຄ່າວັດທະນະທຳຂອງຊາດ

(VOVWORLD) - ນີ້ແມ່ນໜຶ່ງໃນບັນດາງານບຸນປະເພນີໃຫຍ່ຂອງແຂວງ ກວາງນິງ.

(ພິທີໄຂງານບຸນວິຫານ ເກືອອົງ)

        ຕອນເຊົ້າວັນທີ 02 ມີນາ, ຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດວິຫານ ເກືອອົງ, ນະຄອນ ເກິມຟາ, ແຂວງ ກວາງນິງ, ມີປະຊາຊົນ ແລະ ແຂກທ່ອງທ່ຽວເປັນຈຳນວນຫຼາຍໄດ້ເຂົ້າຮ່ວມພິທີໄຂງານບຸນວິຫານ ເກືອອົງ. ນີ້ແມ່ນໜຶ່ງໃນບັນດາງານບຸນປະເພນີໃຫຍ່ຂອງແຂວງ ກວາງນິງ.

        ວິຫານ ເກືອອົງ ແມ່ນໜຶ່ງໃນບັນດາເຂດປູຊະນີຍະສະຖານປະຫວັດສາດ - ວັດທະນະທຳທີ່ດີເດັ່ນໃນສະໄໝລາດຊະວົງ ເຈິ່ນ (1225 – 1400). ງານບຸນປີນີ້ໄດ້ຈັດບັນດາພິທີກຳທີ່ເປັນມູນເຊື້ອ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເປັນຈຳນວນຫຼາຍມາຖະຫວາຍທູບທຽນ, ອາໄລຫາບັນພະບຸລຸດ. ພ້ອມກັບ, ຂັ້ນຕອນຈັດພິທີກຳ, ຂັ້ນຕອນຈັດບຸນມີການເຄື່ອນໄຫວຫຼາຍຢ່າງທີ່ຟົດຟື້ນ, ຄື: ດຶງເຊືອກ, ແຂ່ງຂັນໝາກຮຸກຄົນ, ວາງສະແດງພາບຖ່າຍສິລະປະ… ທ່ານນາງ ວີທິບິກຖຸຍ, ຊາວ ກວາງນິງ, ແບ່ງປັນວ່າ:

        “ຂ້າພະເຈົ້າເຫັນງານບຸນ ເກືອອົງ ໄດ້ຈັດຂຶ້ນປະຈຳປີ, ຈັດຂຶ້ນຢ່າງມີຄວາມໝາຍ, ສົມກຽດ. ນີ້ແມ່ນງານບຸນສະແດງໃຫ້ເຫັນຫຼັກສິນທຳກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ກໍຄືຄວາມກະຕັນຍູຕໍ່ບັນພະບຸລຸດ, ບຸລຸດຜູ້ມີຊື່ສຽງໃນຂົງເຂດວັດທະນະທຳປະຫວັດສາດ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.