ຂ່າວເດັ່ນ

ງານຕະຫຼາດນັດ ວ່ຽງ ລະດູບານໃໝ່ຢືນຢັນຄຸນຄ່າວັດທະນະທຳຂອງດິນແດນໃຫ້ກຳເນີດການເຫຼື້ອມໄສເຊື່ອຖືບູຊາ ເມົ້າຕາມຝູ

ງານຕະຫຼາດນັດ ວ່ຽງ ລະດູບານໃໝ່ຢືນຢັນຄຸນຄ່າວັດທະນະທຳຂອງດິນແດນໃຫ້ກຳເນີດການເຫຼື້ອມໄສເຊື່ອຖືບູຊາ ເມົ້າຕາມຝູ

(VOVWORLD) - ແຕ່ລະປີ, ຕະຫຼາດ ວ່ຽງ ພຽງແຕ່ຈັດຂຶ້ນແຕ່ຕອນກາງຄືນວັນທີ 7 ຮອດຮຸ່ງເຊົ້າວັນທີ 8 ເດືອນ ຈ່ຽງ (ໄລ່ຕາມຈັນທະປະຕິທິນ).

(ປະຊາຊົນເຂົ້າຮ່ວມງານບຸນຕະຫຼາດ ວ່ຽງ)

        ງານຕະຫຼາດນັດ ວ່ຽງ ລະດູບານໃມ່ 2026 ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 22 ກຸມພາ, ຢູ່ ຕາແສງ ວູບານ, ແຂວງ ນິງບິ່ງ. ຈາກງານຕະຫຼາດທີ່ເປັນເອກະລັກສະເພາະທີ່ມີຄວາມໝາຍວ່າ “ຂາຍຄວາມສ່ຽງ, ຊື້ໂລກຊື້ລາບ”, ຕະຫຼາດ ວ່ຽງ ໄດ້ກາຍເປັນງານບຸນທີ່ເປັນເອກະລັກສະເພາະ, ຢືນຢັນຄຸນຄ່າດ້ານວັດທະນະທຳການເຫຼື້ອມໄສເຊື່ອຖືກທີ່ມີມາແຕ່ດົນນານຂອງເຂດດິນແດນໃຫ້ກຳເນີດການເຫຼື້ອມໄສເຊື່ອຖືບູຊາ 3 ພະແມ່.

        ແຕ່ລະປີ, ຕະຫຼາດ ວ່ຽງ ພຽງແຕ່ຈັດຂຶ້ນແຕ່ຕອນກາງຄືນວັນທີ 7 ຮອດຮຸ່ງເຊົ້າວັນທີ 8 ເດືອນ ຈ່ຽງ (ໄລ່ຕາມຈັນທະປະຕິທິນ). ປີນີ້, ຕະຫຼາດ ວ່ຽງ ໄດ້ຍົກລະດັບຂຶ້ນເປັນງານບຸນ, ແກ່ຍາວແຕ່ວັນທີ 06 – 08 ເດືອນ ຈ່ຽງ, ແລະ ເປັນຄັ້ງທຳອິດໄດ້ໄຂຂຶ້ນ. ທ່ານ ເຈິ່ນມິງຮວານ, ເລຂາຄະນະພັກຕາແສງ ວູບານ, ແຂວງ ນິງບິ່ງ, ໃຫ້ຮູ້ວ່າ:

        “ນັບແຕ່ທ້າຍປີ 2025, ພວກຂ້າພະເຈົ້າໄດ້ສ້າງຄະນະຊີ້ນຳ ແລະ ຄະນະຈັດຕັ້ງ. ຈາກນັ້ນ, ສ້າງແຜນການ, ຈັດແບ່ງວຽກງານ, ສົມທົບກັບບັນດາພະແນກ, ຂະແໜງການເພື່ອຈັດງານບຸນຕະຫຼາດ ວ່ຽງ ຢ່າງມີແບບມີແຜນ, ລະອຽດລະອໍ. ການຈັດງານບຸນໄດ້ຈັດຂຶ້ນຮັບປະກັນຕາມຂໍ້ກຳກົດຂອງລັດ ກ່ຽວກັບວັດທະນະທຳງານບຸນ ແລະ ປອດໄພໃຫ້ແກ່ປະຊາຊົນ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.