ຂ່າວເດັ່ນງານຕະຫຼາດນັດອາຫານ ອາຊຽນ, ຂົວເຊື່ອມຕໍ່ວັດທະນະທຳຊ່ວຍເພີ່ມທະວີຄວາມສາມັກຄີ
ງານຕະຫຼາດນັດອາຫານ ອາຊຽນ, ຂົວເຊື່ອມຕໍ່ວັດທະນະທຳຊ່ວຍເພີ່ມທະວີຄວາມສາມັກຄີ
ວັນຈັນ, 18:18, 02/10/2017
VOV5
(VOVWORLD) - ວັນທີ 2 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ ໄດ້ຈັດຕັ້ງງານຕະຫຼາດນັດອາຫານ ອາຊຽນ ໂດຍກະຊວງການຕ່າງປະເທດ ລາວ ຈັດຕັ້ງ.
ທີ່ງານຕະຫຼາດນັດ, ບັນດາເຈົ້າໜ້າທີ່ການທູດຂອງ 10 ປະເທດ ອາຊຽນ ແລະ ບັນດາປະເທດຄູ່ເຈລະຈາ, ພ້ອມກັບປະຊາຊົນລາວ ແລະ ແຂກທ່ອງທ່ຽວສາກົນ ໄດ້ຮັບຊົມບັນດາລາຍການຟ້ອນລຳທຳເພງທີ່ເປັນເອກະລັກສະເພາະໂດຍສະຖານທູດບັນດາປະເທດ ອາຊຽນ ປະຕິບັດ. ບັນດາເຈົ້າໜ້າທີ່ ແລະ ແຂກມາຊົມພ້ອມກັນໄດ້ຊິມບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະເຂັ້ມຂົ້ນໄປດ້ວຍສີສັນຂອງ 10 ປະເທດ ອາຊຽນ ພ້ອມກັບບັນດາຄູ່ຮ່ວມມື, ຄູ່ເຈລະຈາຂອງ ອາຊຽນ.
Tag:VOV / VOVworld / ອາຫານ / ອາຊຽນ / ລາວ / ກະຊວງການຕ່າງປະເທດ