ຂ່າວເດັ່ນ

ງານມະຫາກຳກິລາ SEA Games 29 ສິ້ນສຸດລົງດ້ວຍຜົນສຳເລັດ

ງານມະຫາກຳກິລາ SEA Games 29 ສິ້ນສຸດລົງດ້ວຍຜົນສຳເລັດ

(VOVWORLD) - ພາຍຫຼັງການແຂ່ງຂັນມາເປັນເວລາ 10 ວັນ, ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 29 (SEA Games 29) ສິ້ນສຸດລົງຢ່າງເປັນທາງການດ້ວຍພິທີອັດໄດ້ຮັບການຈັດຕັ້ງຂະໜາດໃຫຍ່ໃນວັນທີ 30 ສິງຫາ ຢູ່ສະໜາມກິລາ Bukit Jalil ທີ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ.

 ພິທີອັດ SEA Games 30

ປະເທດເຈົ້າພາບຈັດຕັ້ງ SEA Games ຕັດສິນໃຈຈັດຕັ້ງພິທີອັດໄວກ່ວາໜຶ່ງວັນເມື່ອທຽບໃສ່ການຄາດຄະເນໃນເບື້ອງຕົ້ນ, ຍ້ອນວ່າ ມາເລເຊຍ ຢາກຈັດຕັ້ງພິທີອັດງານມະຫາກຳກິລາ ກ່ອນວັນສະຖາປະນາປະເທດ ມາເລເຊຍ (31 ສິງຫາ) ຂອງປະເທດນີ້. ໃນພິທີອັດ, ທ່ານ Saw Teong Hin, ຜູ້ກຳກັບລາຍການ ໄດ້ນຳມາໃຫ້ບັນດາຜູ້ຊົມດ້ວຍລາຍການສະແດງທີ່ເຕັມໄປດ້ວຍສີສັນຫຼາກຫຼາຍ, ການສະແດງໄຟແສງສີ ແລະ ດົນຕີທີ່ຟົດຟື້ນ ແລະ ງາມຕາ. ກໍ່ທີ່ພິທີອັດ, ປະເທດເຈົ້າພາບ SEA Games 29 ໄດ້ມອບສິດຈັດຕັ້ງ SEA Games 30 ໃຫ້ຟີລິບປິນ. ພາຍຫຼັງ 14 ປີ, ຟີລິບປິນ ຈະເປັນເຈົ້າພາບຈັດຕັ້ງ SEA Games ອີກຄັ້ງໜຶ່ງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.