ຂ່າວເດັ່ນ

ງານພົບປະແລກປ່ຽນນາຍທະຫານໜຸ່ມຊາຍແດນ ຫວຽດນາມ - ກຳປູເຈຍ 2025

ງານພົບປະແລກປ່ຽນນາຍທະຫານໜຸ່ມຊາຍແດນ ຫວຽດນາມ - ກຳປູເຈຍ 2025

(VOVWORLD) - ຜ່ານລາຍການນີ້, ນ້ຳໃຈສາມັກຄີລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດຍິ່ງສະໜິດຕິດພັນ, ປະກອບສ່ວນສົມທົບກັນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນຢ່າງມີປະສິດທິຜົນ

(ງານພົບປະແລກປ່ຽນ)

ໃນຂອບເຂດງານພົບປະແລກປ່ຽນມິດສະພາບປ້ອງກັນຊາດ ຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 2, ຕອນຄ່ຳວັນທີ 12 ພະຈິກ, ຢູ່ແຂວງ ໄຕນິງ, ກະຊວງປ້ອງກັນປະເທດຂອງ 2 ປະເທດ ໄດ້ສົມທົບກັນຈັດລາຍການ “ງານພົບປະແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ກຳປູເຈຍ 2025” ແລະ ການໂອ້ລົມສົນທະນາດ້ວຍຫົວຂໍ້ “ເພີ່ມພູນຄູນສ້າງມູນເຊື້ອ, ສ້າງສັນອະນາຄົດ”. ທ່ານ ພົນຈັດຕະວາ ຫວູກວັກເອີນ, ຮອງກຳມະການການເມືອງທະຫານຊາຍແດນ ຫວຽດນາມ, ພ້ອມກັບ ທ່ານ ພົນຕີ Tien Sophonrnvong, ຮອງຫົວໜ້າເສນາທິການ, ຫົວໜ້າກົມປ້ອງກັນຊາຍແດນ ລາຊະອານາຈັກ ກຳປູເຈຍ, ເປັນປະທານຮ່ວມໃນລາຍການ.

ທ່ານ ຮ້ອຍເອກ ຫວໍມິງຮຸ່ງ, ຫົວໜ້າປ້ອມປ້ອງກັນຊາຍແດນ ເຟືອກຫວິງ ຂຶ້ນກັບ ປ້ອມປ້ອງກັນຊາຍແດນ ວ່າມຈ່າງເຈົາ, ແຂວງ ໄຕນິງ ແບ່ງປັນວ່າ:

“ຂ້າພະເຈົ້າເປັນກຽດ ແລະ ມີຄວາມເອກອ້າງທະນົງໃຈເມື່ອເປັນຜູ້ຕາງໜ້າກຳລັງນາຍທະຫານໜຸ່ມ ຫວຽດນາມ ເຂົ້າຮ່ວມງານພົບປະແລກປ່ຽນກັບບັນດານາຍທະຫານໜຸ່ມ ກຳປູເຈຍ. ຜ່ານລາຍການນີ້, ນ້ຳໃຈສາມັກຄີລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດຍິ່ງສະໜິດຕິດພັນ, ປະກອບສ່ວນສົມທົບກັນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນຢ່າງມີປະສິດທິຜົນ, ສ້າງຊີວິດສັນຕິພາບ, ອີ່ມໜຳສຳລານ, ສົມບຸນພູນສຸກໃຫ້ແກ່ປະຊາຊົນ 2 ປະເທດ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.