ຂ່າວເດັ່ນ

ງານວາງສະແດງ “ບັນດາຜູ້ເປັນລູກຂອງປະເທດຊາດ”

ງານວາງສະແດງ “ບັນດາຜູ້ເປັນລູກຂອງປະເທດຊາດ”

(VOVWORLD) - ງານວາງສະແດງຈະແນະນຳພາບແຕ້ມວິຈິດສິນດີເດັ່ນ 80 ແຜ່ນ, ທີ່ໄດ້ແຕ້ມໃນໄລຍະ 1974 – 1986, ເປັນປະເພດວັດສະດຸ, ຄື: ສີຂັດມັນ, ແພໄໝ, ເຈ້ຍ, ໄມ້… ຜ່ານພາສາການສ້າງຮູບພາບທີ່ອຸດົມສົມບູນ

ງານວາງສະແດງແມ່ນໂອກາດເພື່ອໃຫ້ມະຫາຊົນຫວນຄືນ
(ພາບ: vnfam.vn)

ວັນທີ 15 ສິງຫາ, ຫໍພິພິຕະພັນວິຈິດສິນ ຫວຽດນາມ ຈະຈັດພິທີໄຂງານວາງສະແດງຫົວເລື່ອງສະເພາະ “ບັນດາຜູ້ເປັນລູກຂອງປະເທດຊາດ”. ນີ້ແມ່ນການເຄື່ອນໄຫວມຸ່ງໄປເຖິງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2025).

ງານວາງສະແດງຈະແນະນຳພາບແຕ້ມວິຈິດສິນດີເດັ່ນ 80 ແຜ່ນ, ທີ່ໄດ້ແຕ້ມໃນໄລຍະ 1974 – 1986, ເປັນປະເພດວັດສະດຸ, ຄື: ສີຂັດມັນ, ແພໄໝ, ເຈ້ຍ, ໄມ້… ຜ່ານພາສາການສ້າງຮູບພາບທີ່ອຸດົມສົມບູນ ເຊິ່ງໄດ້ແນະນຳບັນດາລູກຫຼານຜູ້ດີເດັ່ນຂອງປະເທດຊາດຢ່າງທີ່ມີຊີວິດຊີວາ, ຈາກບັນດານັກຮົບວິລະຊົນທີ່ໄດ້ຈາລຶກໄວ້ໃນປື້ມປະຫວັດສາດ, ຕະຫຼອດຮອດບັນດາຜູ້ອອກແຮງງານທີ່ມິດງຽບ, ຄື: ກຳມະກອນ, ຊາວກະສິກອນ… ງານວາງສະແດງແມ່ນໂອກາດເພື່ອໃຫ້ມະຫາຊົນຫວນຄືນ, ສ້າງຄວາມເອກອ້າງທະນົງໃຈ ແລະ ສືບທອດແປວໄຟຮັກຊາດ, ປຸກລຸກເຈດຈຳນົງບືນຕົວຂຶ້ນເພື່ອໃຫ້ ຫວຽດນາມ ມີຄວາມວັດທະນາຖາວອນ, ຜາສຸກ.

ງານວາງສະແດງເປີດປະຕູແຕ່ວັນທີ 15 ສິງຫາ ຮອດວັນທີ 10 ກັນຍາ 2025, ຢູ່ຫໍພິພິຕະພັນວິຈິດສິນ ຫວຽດນາມ, ທີ່ ຮ່າໂນ້ຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.