ຂ່າວເດັ່ນ

ງານວາງສະແດງໃຫຍ່ທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ Sial Interfood 2025 - ກາລະໂອກາດໃຫ້ແກ່ຜະລິດຕະພັນກະເສດ ຫວຽດ

ງານວາງສະແດງໃຫຍ່ທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ Sial Interfood 2025 - ກາລະໂອກາດໃຫ້ແກ່ຜະລິດຕະພັນກະເສດ ຫວຽດ

(VOVWORLD) - ປີນີ້, ມີກວ່າ 1.500 ຫົວໜ່ວຍທີ່ມາຈາກ 26 ປະເທດເຂົ້າຮ່ວມ, ໃນນັ້ນ ຫວຽດນາມ ມີ 23 ວິສາຫະກິດ ເຂົ້າຮ່ວມ ດ້ວຍບັນດາປະເພດສິນຄ້າ, ຄື: ເຄື່ອງດື່ມ, ທັນຍາຫານ, ສະບຽງອາຫານ, ເຂົ້າໜົມ, ຢຸກຢາ…

(ທ່ານນາງ ໂຮ່ທິກວຽນ, ຮອງຫົວໜ້າສູນສົ່ງເສີມການຄ້າ ແລະ ການລົງທຶນ)

ງານວາງສະແດງ Sial Interfood 2025 ໄຂຂຶ້ນໃນວັນທີ 12 ພະຈິກ, ຢູ່ ຈາກາກຕາ, ປະເທດ ອິນໂດເນເຊຍ. ນີ້ແມ່ນໜຶ່ງໃນບັນດາເຫດການວາງສະແດງໃຫຍ່ທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃນຂົງເຂດອາຫານ, ເຄື່ອງດື່ມ, ວັດຖຸດິບ, ເຄື່ອງເສີມ ແລະ ເຄື່ອງອຸປະກອນປຸງແຕ່ງອາຫານ.

ປີນີ້, ມີກວ່າ 1.500 ຫົວໜ່ວຍທີ່ມາຈາກ 26 ປະເທດເຂົ້າຮ່ວມ, ໃນນັ້ນ ຫວຽດນາມ ມີ 23 ວິສາຫະກິດ ເຂົ້າຮ່ວມ ດ້ວຍບັນດາປະເພດສິນຄ້າ, ຄື: ເຄື່ອງດື່ມ, ທັນຍາຫານ, ສະບຽງອາຫານ, ເຂົ້າໜົມ, ຢຸກຢາ… ໂດຍນຳໜ້າຄະນະນັກທຸລະກິດ ໂຮ່ຈີມິນ, ທ່ານນາງ ໂຮ່ທິກວຽນ, ຮອງຫົວໜ້າສູນສົ່ງເສີມການຄ້າ ແລະ ການລົງທຶນ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

“ສູນສົ່ງເສີມການຄ້າ ແລະ ການລົງທຶນ ນຳໜ້າຄະນະນັກທຸລະກິດ ຫວຽດນາມ ເຂົ້າຮ່ວມງານວາງສະແດງ. ຂ້າພະເຈົ້າຫວັງວ່າ, ດ້ວຍການເຂົ້າຮ່ວມງານວາງສະແດງຄັ້ງນີ້, ພວກເຮົາຈະສາມາດໂຄສະນາຜະລິດຕະພັນຂອງ ຫວຽດນາມ, ພິເສດແມ່ນທ່າແຮງດ້ານຜະລິດຕະພັນກະເສດປຸງແຕ່ງຂອງ ຫວຽດນາມ ໄປເຖິງຕະຫຼາດ ອິນໂດເນເຊຍ ແລະ ຊ່ວຍໃຫ້ບັນດາວິສາຫະກິດຊອກຫາໂອກາດເປີດກວ້າງຕະຫຼາດ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.