ຂ່າວເດັ່ນ

ງານວາງສະແດງເຄື່ອນທີ່ເອກະສານ “ຮ່ວາງຊາ-ເຈື່ອງຊາຂອງ ຫວຽດນາມ ບັນດາພະຍານຫຼັກຖານປະຫວັດສາດແລະນິຕິກຳ” ຢູ່ແຂວງ ກວາງຈິ

ງານວາງສະແດງເຄື່ອນທີ່ເອກະສານ “ຮ່ວາງຊາ-ເຈື່ອງຊາຂອງ ຫວຽດນາມ ບັນດາພະຍານຫຼັກຖານປະຫວັດສາດແລະນິຕິກຳ” ຢູ່ແຂວງ ກວາງຈິ

(VOVWORLD) -ງານວາງສະແດງໄດ້ແນະນຳຕໍ່ມະຫາຊົນບັນດາເອກະສານທີ່ລ້ຳຄ່າຄື: ຈົດໝາຍບູຮານ, ເອກະສານທາງການສະໄໝລາດຊະວົງ ຫງວຽນ; ຮ່ວາງຊາ - ເຈື່ອງຊາ ຂອງ ຫວຽດນາມ ໃນແຜນທີ່ໂດຍຝ່າຍຕາເວັນຕົກແຕ້ມ

ງານວາງສະແດງເຄື່ອນທີ່ແຜນທີ່ ແລະ ເອກະສານ
(ພາບ: baoquangtri.vn)

ວັນທີ 18 ມີນາ, ງານວາງສະແດງເຄື່ອນທີ່ແຜນທີ່ ແລະ ເອກະສານ “ຮ່ວາງຊາ-ເຈື່ອງຊາຂອງ ຫວຽດນາມ ບັນດາພະຍານຫຼັກຖານປະຫວັດສາດແລະນິຕິກຳ” ຖືກດຳເນີນຢູ່ສູນວັດທະນະທຳ, ຖະແຫຼງຂ່າສ, ກິລາເມືອງ ກາມໂລ້, ແຂວງ ກວາງຈິ. ງານວາງສະແດງໄດ້ແນະນຳຕໍ່ມະຫາຊົນບັນດາເອກະສານທີ່ລ້ຳຄ່າຄື: ຈົດໝາຍບູຮານ, ເອກະສານທາງການສະໄໝລາດຊະວົງ ຫງວຽນ; ຮ່ວາງຊາ - ເຈື່ອງຊາ ຂອງ ຫວຽດນາມ ໃນແຜນທີ່ໂດຍຝ່າຍຕາເວັນຕົກແຕ້ມ; ຮ່ວາງຊາ - ເຈື່ອງຊາ ໃນແຜນທີ່ບູຮານຂອງ ຫວຽດນາມ; ແຜນທີ່ຂອງ ຈີນ ແຕ້ມເອງ ແລະ ຂອງຝ່າຍຕາເວັນຕົກແຕ້ມບໍ່ມີ ຮ່ວາງຊາ ແລະ ເຈື່ອງຊາ. ນອກນັ້ນ, ງານວາງສະແດງຍັງວາງສະແດງຈົດໝາຍບູຮານ ຫວຽດນາມ, ເອກະສານກ່ຽວຂ້ອງເຖິງ ຮ່ວາງຊາ, ເຈື່ອງຊາ ເປັນພາສາ ຫວຽດ, ພາສາ ຝລັ່ງ ແລະ Atlas. ງານວາງສະແດງໄດ້ປະກອບສ່ວນຢືນຢັນ ຫວຽດນາມ ໄດ້ກຳນົດອະທິປະໄຕທີ່ມີຕໍ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ດ້ວຍເສັ້ນທາງສັນຕິພາບມາແຕ່ດົນແລ້ວ, ເຊິ່ງລາຊະວົງໃນສະໄໝສັກດີນາ ຫວຽດນາມ, ລັດ ຫວຽດນາມ ໃນຍຸກປະຈຸບັນ ແລະ ທັນສະໄໝໄດ້ປະຕິບັດຢ່າງຕໍ່ເນື່ອງ, ປົກປັກຮັກສາອະທິປະໄຕຖືກຕ້ອງຕາມກົດໝາຍ. ງານວາງສະແດງຈະເປີດປະຕູໄປຮອດວັນທີ 22 ມີນາ ຈຶ່ງຈະອັດລົງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.