ຂ່າວເດັ່ນ

ງານວາງສະແດງພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ຢູ່ ຫວຽດນາມ

ງານວາງສະແດງພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ຢູ່ ຫວຽດນາມ

(VOVWORLD) - ວັນທີ 28 ສິງຫາ, ຢູ່ນີງບີ່ງ, ໄດ້ຈັດຕັ້ງງານວາງສະແດງພາບຖ່າຍ ແລະ ຮູບເງົາເອກະສານໃນປະຊາຄົມ ອາຊຽນ ຢູ່ ຫວຽດນາມ. ງານວາງສະແດງແມ່ນການເຄື່ອນໄຫວແທດຈິງເພື່ອຫັນໂຄງການກະທຳຂອງລັດຖະບານ ກ່ຽວກັບການໂຄສະນາ, ເຜີຍແຜ່ ອາຊຽນ, ການສ້າງຕັ້ງປະຊາຄົມ ອາຊຽນ ແລະ ບັນດາຜົນປະໂຫຍດໂດຍປະຊາຄົມນຳມາໃຫ້ເປັນລະອຽດ.

 ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງ

ງານວາງສະແດງແນະນຳພາບຖ່າຍກ່ວາ 300 ແຜ່ນ ແລະ 60 ຟິມຮູບເງົາສາລະຄະດີ - ເອກະສານທີ່ສ່ອງແສງໃຫ້ເຫັນຫຼາຍຫົວຂໍ້ທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບຄື: ຄວາມງາມຂອງປະເທດຊາດ, ປະຊາຊົນ, ວັດທະນະທຳທີ່ເປັນມູນເຊື້ອຂອງບັນດາປະເທດ ອາຊຽນ, ການປົກປັກຮັກສາສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ຊົນເຜົ່າຕ່າງໆໃນປະຊາຄົມບັນດາປະເທດ ອາຊຽນ. ພິເສດ, ງານວາງສະແດງຍັງແນະນຳບັນດາຊຸດສະແຕມ ແລະ ກາປະທັບລວມຂອງບັນດາປະເທດ ອາຊຽນ. ຜ່ານງານວາງສະແດງ, ຜູ້ຊົມຈະມີຄວາມເຂົ້າໃຈກ່ວາກ່ຽວກັບວັດທະນະທຳ, ປະຊາຊົນ, ຊີວິດການເປັນຢູ່ຂອງປະຊາຊົນບັນດາປະເທດໃນອາຊຽນ; ສ້າງກະລາໂອກາດ, ເງື່ອນໄຂໃຫ້ບັນດາຊົນເຜົ່ານັບມື້ນັບຫຍັບມໍ່ໃກ້ກັນກ່ວາເພື່ອພື້ນຖານວັດທະນະທຳ ທີ່ເຕັມໄປດ້ວຍສີສັນ, ຫຼາຍຮູບຫຼາຍແບບໃນຄວາມເປັນເອກະພາບ. ຜ່ານນັ້ນ, ຮຽກຮ້ອງໃຫ້ປະຊາຊົນ ຫວຽດນາມ ພ້ອມກັນຮ່ວມແຮງຮ່ວມໃຈສ້າງປະຊາຄົມ ອາຊຽນ, ປະຊາຄົມເພື່ອສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ມຸ່ງໄປເຖິງປະຊາຊົນ. ວາງສະແດງເປີດປະຕູຮອດວັນທີ 31 ສິງຫາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.