ຂ່າວເດັ່ນງານວາງສະແດງວິຈິດສິນ “ເຊື່ອມຕໍ່ 2 ຝັ່ງແມ່ນ້ຳຂອງ” ຫວຽດນາມ - ລາວ - ໄທ
ງານວາງສະແດງວິຈິດສິນ “ເຊື່ອມຕໍ່ 2 ຝັ່ງແມ່ນ້ຳຂອງ” ຫວຽດນາມ - ລາວ - ໄທ
ວັນເສົາ, 15:05, 04/08/2018
VOV5
(VOVWORLD) -ຕອນບ່າຍວັນທີ 03 ສິງຫາ, ທີ່ນະຄອນຫລວງ ວຽງຈັນ, ໄດ້ດຳເນີນພິທີເປີດງານວາງສະແດງວິຈິດສິນ “ເຊື່ອມຕໍ່ 2 ຝັ່ງແມ່ນ້ຳຂອງ”, ດ້ວຍການເຂົ້າຮ່ວມຂອງຈິດຕະກອນ 10 ຄົນທີ່ມາຈາກ 3 ປະເທດ ຫວຽດນາມ, ລາວ ແລະ ໄທ.
ງານວາງສະແດງໂດຍສະມາຄົມວິຈິດສິນແຫ່ງຊາດ ລາວ ຈັດຕັ້ງ, ແນໃສ່ເຊື່ອມຕໍ່ຊີວິດການເປັນຢູ່, ວັດທະນະທຳຂອງວົງຄະນະຍາດບັນດາປະເທດຢູ່ຍ່ານລຸ່ມແມ່ນ້ຳຂອງ, ພ້ອມທັງ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ.
ຮູບແຕ້ມກ່ວາ 50 ແຜ່ນໄດ້ວາງສະແດງຢູ່ງານວາງສະແດງຂອງບັນດາຈິດຕະກອນທີ່ມາຈາກ 3 ປະເທດ ຫວຽດນາມ - ລາວ - ໄທ ແລະ ໄດ້ສະແດງດ້ວຍຮູບແຕ້ມສີຂັດມັນ.
ງານວາງສະແດງຈະດຳເນີນຮອດວັນທີ 18 ສິງຫາ ຈຶ່ງຈະອັດລົງ.
Tag:VOV / VOVworld / ງານວາງສະແດງ / ວິຈິດສິນ / ແມ່ນ້ຳຂອງ / ໄທ