ຂ່າວເດັ່ນ

ອັງກິດ ຢຸດຕິການເຈລະຈາດ້ານການຄ້າກັບ ອິດສະຣາແອັນ

ອັງກິດ ຢຸດຕິການເຈລະຈາດ້ານການຄ້າກັບ ອິດສະຣາແອັນ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ David Lammy ໄດ້ຕຳໜິຕິຕຽນການກະທຳເປີດກວ້າງບັນດາການເຄື່ອນໄຫວດ້ານການທະຫານຂອງ ອິດສະຣາແອັນ ຢູ່ຜືນແຜ່ນດິນຂອງ ປາແລັດສະຕິນ ແມ່ນ “ໄຮ້ເຫດຜົນ”.

        ວັນທີ 20 ພຶດສະພາ, ອັງກິດ ໄດ້ໂຈະບັນດາການເຈລະຈາດ້ານການຄ້າເສລີ (FTA) ກັບ ອິດສະຣາແອັນ ແລະ ຈະ “ພິຈາລະນາການຮ່ວມມືຄືນໃໝ່” ກັບ ອິດສະຣາແອັນ ແລະ ຮຽກໂຮມທ່ານເອກອັກຄະລັດຖະທູດ ອິດສະຣາແອັນ ໄປຍັງກະຊວງການຕ່າງປະເທດ ເພື່ອສະແດງຫຼັກໝັ້ນແຂງກະດ້າງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນສຳລັບບັນດາການບຸກໂຈມຕີຂອງ ອິດສະຣາແອັນ ຢູ່ເຂດ ກາຊາ.

        ກ່າວຄຳເຫັນທີ່ສະພາແຫ່ງຊາດ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ David Lammy ໄດ້ຕຳໜິຕິຕຽນການກະທຳເປີດກວ້າງບັນດາການເຄື່ອນໄຫວດ້ານການທະຫານຂອງ ອິດສະຣາແອັນ ຢູ່ຜືນແຜ່ນດິນຂອງ ປາແລັດສະຕິນ ແມ່ນ “ໄຮ້ເຫດຜົນ”. ທ່ານກໍ່ຄັດຄ້ານເລື່ອງ ອິດສະຣາແອັນ ສະກັດກັ້ນການອຸປະຖຳ, ເປີດກວ້າງການປະທະກັນ, ບໍ່ສົນໃຈເຖິງຄວາມເອົາໃຈໃສ່ຂອງເພື່ອນມິດ ແລະ ຄູ່ຮ່ວມມື, ຍູ້ການປະທະກັນເຂົ້າ “ໄລຍະມືດມົວໃໝ່”.

        ໃນປະຕິກິລິຍາຂອງຕົນ, ທ່ານ Oren Marmorstein,  ໂຄສົກກະຊວງການຕ່າງປະເທດ ອິດສະຣາແອັນ ຖືວ່າ, ຂໍ້ຕົກລົງດັ່ງກ່າວຈະ “ກໍ່ຄວາມເສຍຫາຍເຖິງພື້ນຖານເສດຖະກິດ ອັງກິດ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.