ຂ່າວເດັ່ນ

ຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຢ້ຽມຢາມ ແລະ ເຮັດວຽກຢູ່ ເບ໋ນແຈ

ຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຢ້ຽມຢາມ ແລະ ເຮັດວຽກຢູ່ ເບ໋ນແຈ

(VOVWORLD) - ອຳນາດການປົກຄອງ ແລະ ບັນດາວິສາຫະກິດແຂວງ ເບ໋ນແຈ ໄປຊອກຮູ້ກ່ຽວກັບເງື່ອນໄຂການພັດທະນາເສດຖະກິດຂອງ ລາວ

ທ່ານຮອງນາຍົກລັດຖະມົນຕີ ລາວ  ເຮັດວຽກກັບການນຳແຂວງເບ໋ນແຈ (ພາບ: TTXVN)

ວັນທີ 26 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນລັດຖະບານ ລາວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບແຂວງ ເບ໋ນແຈ. ທ່ານຮອງນາຍົກລັດຖະມົນຕີ ລາວ ຕີລາຄາສູງຜົນງານກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງແຂວງ ເບນແຈ ເປັນຕົ້ນແມ່ນເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງຕົ້ນໝາກພ້າວ. ລັດຖະບານລາວ ປາດຖະໜາຢາກໃຫ້ອຳນາດການປົກຄອງ ແລະ ບັນດາວິສາຫະກິດແຂວງ ເບ໋ນແຈ ໄປຊອກຮູ້ກ່ຽວກັບເງື່ອນໄຂການພັດທະນາເສດຖະກິດຂອງ ລາວ ເພື່ອເປີດກ້ວາງການພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງ ລາວ ໃນໄລຍະຈະມາເຖິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.