ຂ່າວເດັ່ນ

ນິວຊີແລນ ເພີ່ມເຕີມຍຸດທະສາດເພື່ອສັນຕິພາບເຂົ້າໃນຈຸດສຸມການຮ່ວມມືກັບ ອາຊຽນ

ນິວຊີແລນ ເພີ່ມເຕີມຍຸດທະສາດເພື່ອສັນຕິພາບເຂົ້າໃນຈຸດສຸມການຮ່ວມມືກັບ ອາຊຽນ

(VOVWORLD) - ວັນທີ 05 ກໍລະກົດ, ກອງປະຊຸມຄະນະກຳມະການຮ່ວມມືລວມ ອາຊຽນ - ນິວຊີແລນ (ANZJCC) ຄັ້ງທີ 7 ໄດ້ດຳເນີນຢູ່ສຳນັກງານຄະນະເລຂາ ອາຊຽນ, ຈາກາຕາ, ປະເທດ ອິນໂດເນເຊຍ.

 ທີ່ກອງປະຊຸມ (ພາບ: TTXVN)

ນີ້ແມ່ນກອງປະຊຸມປະຈຳປີຂັ້ນເອກອັກຄະລັດຖະທູດ ແນໃສ່ສຳຫລວດກວດກາຄືນ ແລະ ແລກປ່ຽນບັນດາມາດຕະການຊຸກຍູ້ການຜັນຂະຫຍາຍບັນດາໂຄງການ ແລະ ການເຄື່ອນໄຫວຮ່ວມມືລະຫວ່າງ ອາຊຽນ - ນິວຊີແລນ. ທີ່ກອງປະຊຸມ, 2 ຝ່າຍໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນທຸກຂົງເຂດການຮ່ວມມືດ້ານ: ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ. ນິວຊີແລນ ຢັ້ງຢືນວ່າ ຖືເປັນສຳຄັນການພົວພັນກັບ ອາຊຽນ ແລະ ໃຫ້ຄຳໝັ້ນສັນຍາສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ຢູ່ພາກພື້ນ, ຕັ້ງໜ້າເຂົ້າຮ່ວມບັນດາກົນໄກພາກພື້ນ ໂດຍ ອາຊຽນ ນຳພາ. ຕາມນັ້ນແລ້ວ, ນິວຊີແລນ ປະກາດເພີ່ມເຕີມຍຸດທະສາດເພື່ອສັນຕິພາບຕື່ມອີກນັ້ນ ແມ່ນຍຸດທະສາດຈຸດສຸມໃນການຮ່ວມມືກັບ ອາຊຽນ ພ້ອມກັບ 2 ຍຸດທະສາດກ່ຽວກັບປະຊາຊົນ ແລະ ເພື່ອຄວາມວັດທະນາຖາວອນ. ນິວຊີແລນ ຈະສືບຕໍ່ໜູນຊ່ວຍ ອາຊຽນ ສ້າງປະຊາຄົມ ແລະ ປະຕິບັດວິໄສທັດ ອາຊຽນ 2025, ຮັດແຄບຊ່ອງຫວ່າງການພັດທະນາ, ການເຊື່ອມຕໍ່, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ, ກໍ່ຄືຢູ່ທະເລຕາເວັນອອກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.