ຂ່າວເດັ່ນ

ນັກ​ກິ​ລາແລ່ນ ແລະ ລານ ຫວຽດ​ນາມ ຍາດ​ໄດ້​ລາງວັນ​ສູງ​ລະ​ດັບ​ສະ​ຖິ​ຕິ, ສ້າງ​ຂີດ​ໝາຍ​ໃນ​ງານ​ມະ​ຫາ​ກຳ​ກິ​ລາ ຊີ​ເກມ 33

ນັກ​ກິ​ລາແລ່ນ ແລະ ລານ ຫວຽດ​ນາມ ຍາດ​ໄດ້​ລາງວັນ​ສູງ​ລະ​ດັບ​ສະ​ຖິ​ຕິ, ສ້າງ​ຂີດ​ໝາຍ​ໃນ​ງານ​ມະ​ຫາ​ກຳ​ກິ​ລາ ຊີ​ເກມ 33

(VOVWORLD) - ໃນມື້ແຂ່ງຂັນວັນທີ 14 ທັນວາ ຢູ່ງານມະຫາກຳກິລາ ຊີເກມ 33, ບັນດານັກກິລາຂອງຄະນະນັກກິລາ ຫວຽດນາມ ສືບຕໍ່ແຂ່ງຂັນໃນຮອບຊີງຊະນະເລີດດ້ວຍຫຼາຍເນື້ອໃນຄື: ແລ່ນ ແລະ ລານ, ຍິງປືນ, ມວຍປະເພດຕ່າງໆ…

ນີ້ລ້ວນແຕ່ແມ່ນບັນດາປະເພດກິລາທີ່ມີທ່າແຮງຂອງ ຫວຽດນາມ, ເຊິ່ງໄດ້ຮັບການຄາດຄະເນວ່າ ຈະນຳມາເຊິ່ງຫຼຽນຄຳມາໃຫ້ຄະນະນັກກິລາ ຫວຽດນາມ.

ນັກກິລາ ຫງວຽນທິແອັງ ແລະ ເລທິຕວຽດ ໄດ້ຮັບໄຊຊະນະໃນການແຂ່ງຂັນ (ພາບ: VOV)

        ກ່ອນໜ້ານັ້ນ, ວັນທີ 13 ທັນວາ ແມ່ນມື້ແຂ່ງຂັນທີ່ປະທັບໃຈຂອງບັນດານັກກິລາ ຫວຽດນາມ ດ້ວຍຫຼຽນຄຳ 6 ຫຼຽນ. Karate ແມ່ນປະເພດກິລາທີ່ນັກກິລາຍາດໄດ້ຫຼຽນຄຳຫຼາຍທີ່ສຸດໃນມື້ແຂ່ງຂັນວັນທີ 13 ທັນວາ. ໃນການແຂ່ງຂັນກິລາ Taekwondo, ນັກກິລາ ເຈິ່ນທິແອັງຕວຽດ ຄວ້າໄດ້ຫຼຽນຄຳໃນລະດັບ 53 – 57 ກິໂລກຼາມສຳລັບເພດຍິງ. ນີ້ແມ່ນຫຼຽນຄຳທີ 4 ໃນກິລາປະເພດ Taekwondo ຂອງຄະນະນັກກິລາ ຫວຽດນາມ ໃນຊີເກມ 33.

        ໄລ່ຮອດ 21 ໂມງ 30 ນາທີ ຂອງວັນທີ 13 ທັນວາ, ຄະນະນັກກິລາ ຫວຽດນາມ ຢືນອັນດັບທີ 3 ດ້ວຍຫຼຽນຄຳ 31 ຫຼຽນ, ຫຼຽນເງິນ 27 ຫຼຽນ ແລະ ຫຼຽນທອງ 53 ຫຼຽນ, ຖັດຈາກ ຄະນະນັກກິລາ ໄທ ແລະ ອິນໂດເນເຊຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.