ຂ່າວເດັ່ນ

ນັກຮຽນ ຫວຽດນາມ 6 ຄົນຄວ້າໄດ້ຫຼຽນໃນການແຂ່ງຂັນສາກົນ IJSO 2025

ນັກຮຽນ ຫວຽດນາມ 6 ຄົນຄວ້າໄດ້ຫຼຽນໃນການແຂ່ງຂັນສາກົນ IJSO 2025

(VOVWORLD) - ຄະນະຜູ້ແທນ ຫວຽດນາມ ລວມມີນັກຮຽນ 6 ຄົນຂອງໂຮງຮຽນມັດທະຍົມຕອນປາຍສະເພາະຂະແໜງ ຮ່າໂນ້ຍ - Amsterdam ຄວ້າໄດ້ຫຼຽນເງິນ 3 ຫຼຽນ, ຫຼຽນທອງ 3 ຫຼຽນ.

(ນັກຮຽນ 6 ຄົນຄວ້າໄດ້ຫຼຽນ)

        ພິທີອັດ Olympic ວິທະຍາສາດໜຸ່ມສາກົນ (IJSO) 2025 ຢູ່ Sochi, ສະຫະພັນ ລັດເຊຍ ໄດ້ເປັນການປິດການແຂ່ງຂັນຂອງນັກຮຽນ 150 ຄົນທີ່ມາຈາກ 24 ປະເທດ ແລະ ເຂດແຄ້ວນ. ຄະນະຜູ້ແທນ ຫວຽດນາມ ລວມມີນັກຮຽນ 6 ຄົນຂອງໂຮງຮຽນມັດທະຍົມຕອນປາຍສະເພາະຂະແໜງ ຮ່າໂນ້ຍ - Amsterdam ຄວ້າໄດ້ຫຼຽນເງິນ 3 ຫຼຽນ, ຫຼຽນທອງ 3 ຫຼຽນ. ນ້ອງ ໂດ້ບາງຈາງ, ນັກຮຽນຊັ້ນມໍ 5 ໂຮງຮຽນມັດທະຍົມຕອນປາຍສະເພາະຂະແໜງ ຮ່າໂນ້ຍ - Amsterdam, ຜູ້ຄວ້າໄດ້ຫຼຽນເງິນ, ແບ່ງປັນວ່າ

        “ສິ່ງທີ່ມີຄວາມໝາຍໃນການແຂ່ງຂັນຄັ້ງນີ້ແມ່ນໄດ້ພົບປະກັບບັນດາເພື່ອນຜູ້ມີຄວາມເມົາມົວ, ມັກຮັກຄືກັນ, ຮູ້ວ່າມີຫຼາຍຄົນເກັ່ງກວ່າຂ້າພະເຈົ້າ ແລະ ຂ້າພະເຈົ້າກໍ່ໄດ້ເຕືອນຕົນເອງວ່າ ຍາມໃດກໍ່ຕ້ອງມານະພະຍາຍາມ, ບໍ່ຢຸດຢູ່ເທົ່ານັ້ນ”.

        ການແຂ່ງຂັນໂດຍມີການເຂົ້າຮ່ວມຂອງຫຼາຍປະເທດນຳໜ້າດ້ານວິທະຍາສາດພື້ນຖານໃນໂລກ ແລະ ພາກພື້ນ, ຄື: ລັດເຊຍ, ອິນເດຍ, ໄຕ້ຫວັນ (ຈີນ) ແລະ ໄທ. ຫວຽດນາມ ຢືນອັນດັບທີ 6 ໃນຈຳນວນ 24 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.