ຂ່າວເດັ່ນ

ນັກຮຽນຮູ້ ຍີ່ປຸ່ນ: ຫວຽດນາມ ມີຫຼາຍສິ່ງທີ່ໜ້າຮ່ຳຮຽນ”

ນັກຮຽນຮູ້ ຍີ່ປຸ່ນ: ຫວຽດນາມ ມີຫຼາຍສິ່ງທີ່ໜ້າຮ່ຳຮຽນ”

(VOVWORLD) - ທ່ານສາດສະດາຈານ Nishizawa Toshiro ຢືນຢັນວ່າ ມີຫຼາຍສິ່ງທີ່ສາມາດຮ່ຳຮຽນຈາກ ຫວຽດນາມ ໃນການຮັກສາທີ່ຕັ້ງຂອງປະເທດທີ່ມີອະທິປະໄຕຢ່າງໝັ້ນແກ່ນ, ເອກະລາດ

(ທ່ານສາດສະດາຈານ Nishizawa Toshiro)

        ຫວຽດນາມ ມີຫຼາຍສິ່ງທີ່ໜ້າຮ່ຳຮຽນ ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ພວມເລືອກເອົາຍຸດທະສາດການພັດທະນາທີ່ຖືກຕ້ອງໂດຍອີງໃສ່ວິທະຍາສາດ, ເຕັກໂນໂລຊີ. ນີ້ແມ່ນບັນດາຂໍ້ສັງເກດຂອງທ່ານສາດສະດາຈານ Nishizawa Toshiro, ສັງກັດມະຫາວິທະຍາໄລ ໂຕກຽວ, ຍີ່ປຸ່ນ, ກ່ອນເວລາຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ.

        ຕີລາຄາກ່ຽວກັບຄວາມສາມາດທີ່ວ່າ ຫວຽດນາມ ຈະສາມາດຮັກສາຄວາມເປັນເຈົ້າການຍຸດທະສາດໃນສະພາບແວດລ້ອມໂລກທີ່ມີຄວາມຂາດສະຖຽນລະພາບຫຼາຍຢ່າງນັ້ນ, ທ່ານສາດສະດາຈານ Nishizawa Toshiro ຢືນຢັນວ່າ ມີຫຼາຍສິ່ງທີ່ສາມາດຮ່ຳຮຽນຈາກ ຫວຽດນາມ ໃນການຮັກສາທີ່ຕັ້ງຂອງປະເທດທີ່ມີອະທິປະໄຕຢ່າງໝັ້ນແກ່ນ, ເອກະລາດ ແລະ ເຂັ້ມແຂງດ້ວຍຕົນເອງ. ທ່ານຖືວ່າ ປະຈຸບັນ ຫວຽດນາມ ໄດ້ກາຍເປັນ “ປະເທດມະຫາອຳນາດລະດັບປານກາງ”, ສວມບົດບາດໃນການກຳນົດບັນດາມາດຕະຖານຂອງພາກພື້ນ ແລະ ປັບປຸງຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍ.

        ສຳລັບບັນດາລັດຖະນະໂຍບາຍໃຫຍ່ເຊິ່ງ ຫວຽດນາມ ໄດ້ຍົກອອກມາໃນຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ, ທ່ານສາດສະດາຈານ Nishizawa Toshiro, ແບ່ງປັນວ່າ:

        “ຫວຽດນາມ ພວມກ້າວຂຶ້ນ, ຊ້ຳບໍ່ໜຳລື່ນກາຍໄປກ່ອນ ຍີ່ປຸ່ນໃນຂົງເຂດຈຳນວນໜຶ່ງ ດ້ວຍເລື່ອງນຳໃຊ້ບັນດາເຕັກໂນໂລຊີກ້າວໜ້າ. ເລື່ອງເພີ່ມການບໍລິການສາທາລະນະດີຈີຕອນ, ຊຸກຍູ້ການຊຳລະໂດຍບໍ່ໃຊ້ເງິນສົດ ແລະ ກໍ່ສ້າງບັນດາເຂດອຸດສາຫະກຳເຕັກໂນໂລຊີສູງໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ພວມມຸ່ງໄປເຖິງຮູບແບບການພັດທະນາໃຫ້ມີປະສິດທິຜົນກວ່າ ໂດຍອີງໃສ່ນະວັດຕະກຳ”.  

This site is protected by reCAPTCHA and the Google Privacy Policy and Terms of Service apply.