ຂ່າວເດັ່ນ

ນັກຊ່ຽວຊານ ຈີນ: ການ “ປະຕິຮູບບໍລິຫານ” ສະແດງຄວາມຕັດສິນໃຈຂອງ ຫວຽດນາມ

ນັກຊ່ຽວຊານ ຈີນ: ການ “ປະຕິຮູບບໍລິຫານ” ສະແດງຄວາມຕັດສິນໃຈຂອງ ຫວຽດນາມ

(VOVWORLD) - ທ່ານມີຄວາມສົນໃຈເຖິງການປະຕິຮູບຢ່າງແຮງໃນໄລຍະມໍ່ໆມານີ້ຂອງ ຫວຽດນາມ.

(ທ່ານຮອງສາດສະດາຈານ ລີຈີນຂາຍ)

        ໃນການແລກປ່ຽນກັບນັກຂ່າວ VOV ຫວ່າງມໍ່ໆມານີ້ (05 ກໍລະກົດ), ທ່ານຮອງສາດສະດາຈານ ລີຈີນຂາຍ, ຮອງຫົວໜ້າພະແນກສອນຫຼາຍພາສາຂອງ ສະຖາປັນທິດໃຕ້ທົ່ວໂລກ, ຂຶ້ນກັບມະຫາວິທະຍາໄລ ແທນຈີນ, ປະເທດ ຈີນ ໃຫ້ຮູ້ວ່າ, ທ່ານມີຄວາມສົນໃຈເຖິງການປະຕິຮູບຢ່າງແຮງໃນໄລຍະມໍ່ໆມານີ້ຂອງ ຫວຽດນາມ. ຕາມທ່ານແລ້ວ, ຫວຽດນາມ ຈະສ້າງຄວາມດຸ່ນດ່ຽງໃນການພັດທະນາ ແລະ ຮັດແຄບໄລຍະຫວ່າງ ລະຫ່າງເຂດຕົວເມືອງ - ຊົນນະບົດຜ່ານ “ລັດຖະບານດີຈີຕອນ”.

        “ຕາມວິທີນີ້, ຫວຽດນາມ ບໍ່ພຽງແຕ່ປັນປຸງທ່າອ່ຽງເຕີບໂຕຢ່າງວ່ອງໄວຂອງຕົນເທົ່ານັ້ນ, ຫາກຍັງໄດ້ຮັບຄວາມຫວັງວ່າຈະສະໜອງຮູບແບບບໍລິຫານສົມທົບ “ຫຼຸດຜ່ອນຄວາມໜັກໜາຂອງໂຄງປະກອບ ແລະ ຮັບປະກັນການຫັນເປັນດີຈີຕອນ” ໃຫ້ບັນດາປະເທດມີລາຍຮັບປານກາງ ແລະ ຕ່ຳອີກດ້ວຍ, ພ້ອມທັງສວມບົດບາດສຳຄັນກວ່າໃນການຟື້ນຕົວລວມຂອງເຂດທາງທິດໃຕ້ທົ່ວໂລກ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.