ຂ່າວເດັ່ນ

ນັກຊ່ຽວຊານຈີນ: ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການທີ່ໜ້າລໍຄອຍ

ນັກຊ່ຽວຊານຈີນ: ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການທີ່ໜ້າລໍຄອຍ

(VOVWORLD) - ບັນດາມະຕິມີລັກສະນະບຸກທະລຸທີ່ໄດ້ປະກາດໃຊ້ໃນໄລຍະຜ່ານມາ ພວມສ້າງປະຖົມປັດໄຈເພື່ອໃຫ້ ຫວຽດນາມ ບັນລຸເປົ້າໝາຍເຕີບໂຕກວ່າ 10% ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 14.

(ທ່ານສາດສະດາຈານ ຊຸຍຊາງ ແບ່ງປັນກັບນັກຂ່າວ VOV ປະຈຳ ປັກກິ່ງ, ຈີນ)

ເມື່ອແບ່ງປັນກັບນັກຂ່າວ VOV ປະຈຳ ປັກກິ່ງ, ຈີນ ຫວ່າງມໍ່ໆມານີ້, ທ່ານສາດສະດາຈານ ຊຸຍຊາງ, ນັກຄົ້ນຄວ້າຢູ່ສູນຄົ້ນຄວ້າແຫ່ງຊາດ ແລະ ຂົງເຂດຂໍ້ລິເລີ່ມ “ເຂດອ້ອມຮອບ ແລະ ເສັ້ນທາງ” ຂຶ້ນກັບມະຫາວິທະຍາໄລຊົນເຜົ່າສູນກາງ ຈີນ ໄດ້ສະແດງຄວາມສົນໃຈເປັນພິເສດຕໍ່ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ.

ທ່ານເນັ້ນໜັກວ່າ, ບັນດາມະຕິມີລັກສະນະບຸກທະລຸທີ່ໄດ້ປະກາດໃຊ້ໃນໄລຍະຜ່ານມາ ພວມສ້າງປະຖົມປັດໄຈເພື່ອໃຫ້ ຫວຽດນາມ ບັນລຸເປົ້າໝາຍເຕີບໂຕກວ່າ 10% ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 14.

“ຂ້າພະເຈົ້າຖືວ່າ, ສູນກາງພັກກອມມູນິດ ຫວຽດນາມ ໄດ້ປະຕິບັດການປະຕິຮູບຢ່າງກ້າຫານ. ການກຳນົດທິດໃໝ່ເຊິ່ງພັກກອມມູນິດ ຫວຽດນາມ ໄດ້ວາງອອກ, ບໍ່ພຽງແຕ່ແມ່ນສິ່ງທີ່ດີຕໍ່ ຫວຽດນາມ, ຫາກຍັງແມ່ນສິ່ງທີດີຕໍ່ພາກພື້ນ ແລະ ໂລກອີກດ້ວຍ. ຍ້ອນເຫດນັ້ນ, ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກແມ່ນເຫດການທີ່ໜ້າລໍຄອຍ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.