ຂ່າວເດັ່ນ

ນັກທຸລະກິດ ຫວຽດນາມ ເປັນກຽດໄດ້ຮັບຫຼຽນມິດຕະພາບໂດຍກົງຈາກປະທານນາທິບໍດີ ປູຕິນ ທີ່ວັງ Kremlin

ນັກທຸລະກິດ ຫວຽດນາມ ເປັນກຽດໄດ້ຮັບຫຼຽນມິດຕະພາບໂດຍກົງຈາກປະທານນາທິບໍດີ ປູຕິນ ທີ່ວັງ Kremlin

(VOVWORLD) - ວັນທີ 4 ພະຈິກ ເນື່ອງໃນໂອກາດວັນສາມັກຄີແຫ່ງຊາດ ຂອງ ສະຫະພັນຣັດເຊຍ, ທີ່ວັງ Kremlin ໄດ້ຈັດພິທີມອບລາງວັນແຫ່ງຊາດ ແລະ ລາງວັນຂອງປະທານນາທິບໍດີ ໃຫ້ແກ່ບັນດາ ໝູ່ຄະນະ ແລະ ສ່ວນບຸກຄົນ ທີ່ໄດ້ປະກອບສ່ວນເຂົ້າໃນຫຼາຍດ້ານ ວຽກງານເສີມສ້າງຄວາມເປັນເອກກະພາບ ຂອງ ປະເທດ ຣັດເຊຍ.

ທ່ານ ປູຕິນ ປະທານນາທິບໍດີ ຣັດເຊຍ  ໄດ້ມອບຫຼຽນ ແລະ ກຽດຕິຄຸນແຫ່ງຊາດໃຫ້ແກ່ ວິລະຊົນຜູ້ອອກແຮງງານ ທ່ານ ນາງ ຖາຍ ເຮືອງ, ນັກສ້າງກໍ່, ປະທານສະມາຄົມຍຸດທະສາດ ກຸ່ມບໍລິສັດ TH  (ພາບ: PV/VOV-Moscow)

ທີ່ພິທີ, ປະທານນາທິບໍດີ ຣັດເຊຍ ທ່ານ ປູຕິນ ໄດ້ມອບຫຼຽນ ແລະ ກຽດຕິຄຸນແຫ່ງຊາດໃຫ້ແກ່ ຜູ້ຕາງໜ້າຈາກ ອົງການຈັດຕັ້ງສັງຄົມ ແລະ ສາສະໜາ, ນັກທຸລະກິດ, ກໍ່ຄືບັນດາບຸກຄົນສຳຄັນ ທາງດ້ານວັດທະນະທຳ ຂອງ 6 ປະເທດ. ພິເສດ, ປະທານທິບໍດີ ປູຕິນ ໄດ້ມອບຫຼຽນໄຊມິດຕະພາບ ລາງວັນທີ່ສູງສົ່ງຂອງ ຮັດເຊຍ ໃຫ້ແກ່ ວິລະຊົນຜູ້ອອກແຮງງານ ທ່ານ ນາງ ຖາຍ ເຮືອງ, ນັກສ້າງກໍ່, ປະທານສະມາຄົມຍຸດທະສາດ ກຸ່ມບໍລິສັດ TH  ຍ້ອນການປະກອບສ່ວນຢ່າງບໍ່ຍຸດຢັ້ງເຂົ້າໃນວຽກງານການເສີມສ້າງສາຍພົວພັນ, ການຮ່ວມມືລະຫວ່າງສອງປະເທດ ສະຫະພັນຣັດເຊຍ ແລະ ຫວຽດນາມ

ຄຳປາໃສພາຍໃນພິທີ ຂອງ ປະທານນາທິບໍດີ ປູຕິນ ໄດ້ເນັ້ນໜັກໃຫ້ ທ່ານ ນາງ ຖາຍ ເຮືອງ,  ຜູ້ກໍ່ຕັ້ງ ປະທານສະພາຍຸດທະສາດ ກຸ່ມບໍລິສັດ TH, ຊື່ງແມ່ນໜຶ່ງໃນບັດດາກຸ່ມບໍລິສັດກະສິກໍາໃຫຍ່ທີ່ສຸດຂອງ ຫວຽດນາມ, ພວມຜັນຄະຫຍາຍບັນດາໂຄງການກະສິກຳ ຢູ່ ຣັດເຊຍ. ບັດດາໂຄງການນີ້ ຮັບໃຊ້ໃຫ້ແກ່ ວຽກງານ ຄ້ຳປະກັນສະບຽງອາຫານ ແລະ ປະກອບສ່ວນເຂົ້າໃນວຽກງານການຊຸກຍູ້ສາຍພົວພັນມິດຕະພາບ ການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ-ສະຫະພັນຣັດເຊຍ ຂຶ່ນຕື່ມອີກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.