ຂ່າວເດັ່ນ

ຍີ່​ປຸ່ນ​ ​ໃຫ້​ຄໍາໝັ້ນສັນຍາ​ອຸປະຖໍາ​ນັບ​ຕື້ USD ​ເພື່ອ​ຊຸກຍູ້​ການ​ພັດທະນາ​ອາຊຽນ

ຍີ່​ປຸ່ນ​ ​ໃຫ້​ຄໍາໝັ້ນສັນຍາ​ອຸປະຖໍາ​ນັບ​ຕື້ USD ​ເພື່ອ​ຊຸກຍູ້​ການ​ພັດທະນາ​ອາຊຽນ

(VOVWORLD) - ຍີ່ປຸ່ນ ໃຫ້ຄໍາໝັ້ນສັນຍາອຸປະຖໍາຈໍານວນເງິນ 3 ຕື້ USD ຜ່ານບັນດາບ້ວງເງິນກູ້ຢືມ ແລະ ລົງທຶນເຂົ້າ ອາຊຽນ ເພື່ອຊຸກຍູ້ການພັດທະນາຢູ່ພາກພື້ນນີ້.

ກ່າວຄໍາເຫັນຢູ່ກອງປະຊຸມຕາມຫົວເລື່ອງ ທີ່ໄດ້ຈັດຂຶ້ນໃນວັນທີ 2 ທັນວາ ຢູ່ ໂຕກຽວ, ປະເທດ, ທ່ານ Tosshimitsu Motegi ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ ບັນດານັກລົງທຶນພາກລັດ ແລະ ເອກະຊົນຂອງ ຍີ່ປຸ່ນ ຈະປະກອບ 3 ປີ (2020 – 2022) ເໝືອນດັ່ງສ່ວນໜຶ່ງຂອງຄວາມມານະພະຍາຍາມຂອງ ໂຕກຽວ ເພື່ອແນໃສ່ປົວແປງໂຄງປະກອບພື້ນຖານໂຄງລ່າງ, ມອບສິດໃຫ້ແມ່ຍິງ ແລະ ປົກປັກຮັກສາສິ່ງແວດລ້ອມທໍາມະຊາດ.

        ແຈ້ງການດັ່ງກ່າວ ໄດ້ຍົກອອກພາຍຫຼັງ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຄໍາໝັ້ນສັນຍາ ເພີ່ມບ້ວງເງິນລົງທຶນ ແລະ ທຶນກູ້ຢືມເພື່ອແນໃສ່ໜູນຊ່ວຍ ອາຊຽນ ເມື່ອເດືອນ ພະຈິກຜ່ານມາ. 

This site is protected by reCAPTCHA and the Google Privacy Policy and Terms of Service apply.