ຂ່າວເດັ່ນ

ຍີ່​ປຸ່ນ ເຫັນ​ດີ​ເຂົ້​າ​ຮ່ວມ​ລະ​ບົບ​ຕິດ​ຕໍ່​ສາຍ​ດ່ວນ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ

ຍີ່​ປຸ່ນ ເຫັນ​ດີ​ເຂົ້​າ​ຮ່ວມ​ລະ​ບົບ​ຕິດ​ຕໍ່​ສາຍ​ດ່ວນ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ

(VOVWORLD) - ຍີ່ປຸ່ນ ຈະເຂົ້າຮ່ວມລະບົບຕິດຕໍ່ສາຍດ່ວນເຊື່ອມຕໍ່ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດໃນກຸ່ມ ອາຊຽນ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Nobuo Kishi (ພາບ: Kyodo/TTXVN)

ທີ່ກອງປະຊຸມເຈລະຈາທາງໄກກັບທ່ານ Dato Paduka Seri Haji Awang Halbi bin Haji Mohd Yussof ລັດຖະມົນຕີກະຊວງປ້ອງກັນປະເທດ ຜູ້ທີສອງຂອງ ບຣູໄນ ທີ່ໄດ້ຈັດຂຶ້ນໃນວັນທີ 28 ທັນວາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Nobuo Kishi ໃຫ້ຮູ້ວ່າ ຍີ່ປຸ່ນ ຈະເຂົ້າຮ່ວມລະບົບຕິດຕໍ່ສາຍດ່ວນເຊື່ອມຕໍ່ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດໃນກຸ່ມ ອາຊຽນ.

        ການກະທຳດັ່ງກ່າວຖືກດຳເນີນພາຍຫຼັງທີ່ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ພ້ອມດ້ວຍຄູ່ຮ່ວມມື ລວມມີ ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ລັດເຊຍ, ສ.ເກົາຫຼີ ແລະ ອາເມລິກາ ເຫັນດີເປັນເອກະພາບໃນກອງປະຊຸມທາງໄກເມື່ອທ້າຍເດືອນມິຖຸນາ ກ່ຽວກັບການເປີດກວ້າງລະບົບຕິດຕໍ່ສາຍດ່ວນ.        

        ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຜູ້ທີສອງຂອງ ບຣູໄນ ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ຍີ່ປຸ່ນ ເຂົ້າຮ່ວມ ພື້ນຖານໂຄງລ່າງຕິດຕໍ່ພົວພັນໂດຍກົງຂອງ ອາຊຽນ (ADI). ຕາມແຜນການ, ໂຕກຽວຈະເຂົ້າຮ່ວມ ADI ຢ່າງເປັນຢ່າງການໃນປີ 2022 ຫຼື ຊ້າກວ່າແມ່ນພາຍຫຼັງທີ່ ADI ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງຂຶ້ນ. ປັດຈຸບັນ, ອົດສະຕາລີ ໄດ້ເຂົ້າຮ່ວມ ADI ແລ້ວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.