ຂ່າວເດັ່ນ

ຍີ່ປຸ່ນ ປາດຖະໜາຢາກເພີ່ມທະວີການພົວພັນກັບ ອາຊຽນ

ຍີ່ປຸ່ນ ປາດຖະໜາຢາກເພີ່ມທະວີການພົວພັນກັບ ອາຊຽນ

(VOVWORLD) - ທ່ານ ນາງ Sanae Takaichi ຈະໝູນໃຊ້ໂອກາດກອງປະຊຸມນີ້ເພື່ອເຮັດໃຫ້ການພົວພັນກັບ ອາຊຽນ ເຊິ່ງເປັນ “ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື້ອໃຈ” ຂອງ ຍີ່ປຸ່ນ ໃຫ້ເລິກເຊິ່ງກວ່າອີກ.

ທ່ານນາງ Sanae Takaichi, ນາຍົກລັດຖະມົນຕີຄົນໃໝ່ ຍີ່ປຸ່ນ
(ພາບ: PHILIP FONG/via REUTERS)

ທ່ານນາງ Sanae Takaichi, ນາຍົກລັດຖະມົນຕີຄົນໃໝ່ ຍີ່ປຸ່ນ ຈະເດີນທາງໄປຢ້ຽມຢາມ ມາເລເຊຍ ແລະ ເຂົ້າຮ່ວມບັນດາກອງປະຊຸມທີ່ກ່ຽວຂ້ອງໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງ ກົວລາລຳເປີ, ແຕ່ວັນທີ 26 – 28 ຕຸລາ. ທີ່ການປະຊຸມຖະແຫຼງຂ່າວຢູ່ນະຄອນຫຼວງ ໂຕກຽວ ໃນວັນທີ 24 ຕຸລາ, ທ່ານ Kihara Minoru, ຫົວໜ້າຫ້ອງວ່າການລັດຖະບານ ຍ່ີປຸ່ນ ໃຫ້ຮູ້ວ່າ ໃນຂອບເຂດເຫດການ, ທ່ານ ນາງ Sanae Takaichi ຈະມີການພົບປະກັບການນຳບັນດາປະເທດ ອາຊຽນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ປະຊາຄົມ ອາຊີ ເພື່ອຫຼຸດການປ່ອຍອາຍພິດເປັນສູນ 0 (Asia Zero Emission Community – AZEC), ເພື່ອຊຸກຍູ້ການຮ່ວມມືພາກພື້ນກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ ແລະ ການຫັນເປັນພະລັງງານສະອາດ. ທ່ານ Kihara Minoru ຊີ້ແຈ້ງວ່າ, ທ່ານ ນາງ Sanae Takaichi ຈະໝູນໃຊ້ໂອກາດກອງປະຊຸມນີ້ເພື່ອເຮັດໃຫ້ການພົວພັນກັບ ອາຊຽນ ເຊິ່ງເປັນ “ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື້ອໃຈ” ຂອງ ຍີ່ປຸ່ນ ໃຫ້ເລິກເຊິ່ງກວ່າອີກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.