ຂ່າວເດັ່ນ

ຍັງ​ມີ​ນັກ​ຮຽນ ນີ​ເຊ​ເຣຍ 250 ຄົນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ກອບ​ກູ້​ພາ​ຍຫຼັງ​ຖືກ​ລັກ​ພາ​ຕົວ

ຍັງ​ມີ​ນັກ​ຮຽນ ນີ​ເຊ​ເຣຍ 250 ຄົນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ກອບ​ກູ້​ພາ​ຍຫຼັງ​ຖືກ​ລັກ​ພາ​ຕົວ

(VOVWORLD) - ພາຍຫຼັງເຫດລັກພາຕົວນັກຮຽນກວ່າ 300 ຄົນ ຢູ່ ນີເຊເຣຍ ທີ່ເຮັດໃຫ້ຫາງສຽງສັ່ນສະເທືອນນັ້ນ (ນັບແຕ່ວັນທີ 21 ພະຈິກ), ມີນັກຮຽນປະມານ 250 ຄົນ ຍັງບໍ່ທັນໄດ້ຮັບການກອບກູ້ ແລະ ປັດຈຸບັນຍັງບໍ່ທັນຮູ້ທີ່ໄປທີ່ມາ.

ບັນດາຄອບຄົວຂອງຜູ້ຖືກປະສົບເຄາະຮ້າຍຢູ່ລັດ Niger ຢັ້ງຢືນວ່າ ເຂົາເຈົ້າບໍ່ໄດ້ຮັບບໍ່ວ່າຂໍ້ມູນໃໝ່ໃດໆກ່ຽວກັບຊາຕະກຳຂອງພວກນ້ອງນັກຮຽນ, ກໍຄືບັນດາຄວາມມານະພະຍາຍາມຂອງລັດຖະບານ ເພື່ອແນໃສ່ກອບກູ້ຈຳນວນນັກຮຽນດັ່ງກ່າວ. ໄລ່ມາຮອດປັດຈຸບັນ, ຫາກໍ່ມີນັກຮຽນປະມານ 50 ຄົນ ໃນຈຳນວນນັກຮຽນທັງໝົດ 303 ຄົນທີ່ຖືກລັກພາຕົວສາມາດແລ່ນໜີອອກໄປໄດ້ ຫຼື ໄດ້ຮັບການກອບກູ້. ນັກຊ່ຽວຊານຈຳນວນໜຶ່ງຖືວ່າ ບັນດາກຸ່ມທີ່ມີສາຍສຳພັນກັບສອງອົງການກໍ່ການຮ້າຍ Al Qaeda ແລະ ລັດ ອິດສະລາມ (IS) ອ້າງຊື່ເອງ ອາດຈະຢູ່ເບື້ອງຫຼັງຂອງເຫດລັກພາຕົວນີ້.

        ຫຼ້າສຸດ, ວັນທີ 26 ພະຈິກ, ຕຳຫຼວດ ນີເຊເຣຍ ໃຫ້ຮູ້ວ່າ ມີຊາວກະສິກອນຢ່າງໜ້ອຍສຸດ 10 ຄົນ ຢູ່ໝູ່ບ້ານຈຳນວນໜຶ່ງຢູ່ Noger ນີ້ ກໍ່ຖືກບັນດາມືປືນລັກພາຕົວ. ປັດຈຸບັນ, ກຳລັງມີໜ້າທີ່ຮັບຜິດຊອບພວມຜັນຂະຫຍາຍມາດຕະການຕ່າງໆເພື່ອສືບຫາ ແລະ ກອບກູ້ຜູ້ປະສົບເຄາະຮ້າຍ.

ບາທີ - ນັກຂ່າວ VOV ປະຈຳ ອີຢິບ


This site is protected by reCAPTCHA and the Google Privacy Policy and Terms of Service apply.