ຂ່າວເດັ່ນ

ຍ້ອງ​ຍໍນັກ​ຮຽນ, ນັກ​ສຶກ​ສາ, ຊາວ​ໜຸ່ມ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເປັນ​ແບບ​ຢ່າງດີ​ເດັ່ນ​ໃນ​ປີ 2025

ຍ້ອງ​ຍໍນັກ​ຮຽນ, ນັກ​ສຶກ​ສາ, ຊາວ​ໜຸ່ມ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເປັນ​ແບບ​ຢ່າງດີ​ເດັ່ນ​ໃນ​ປີ 2025

(VOVWORLD) - ພິທີຊົມເຊີຍນັກຮຽນ, ນັກສຶກສາ, ຊາວໜຸ່ມຊົນເຜົ່າສ່ວນໜ້ອຍເປັນແບບຢ່າງທີ່ດີເດັ່ນ ປີ 2025 ຈະດຳເນີນໃນລະຫວ່າງວັນທີ 26 – 27 ທັນວາ ຢູ່ຮ່າໂນ້ຍ.

ທ່ານ ຫງວຽນວັນບ້າ, ຫົວໜ້າບັນນາທິການ ໜັງສືພິມ VietnamNet, ຮອງຫົວໜ້າຄະນະປະຈຳຄະນະຈັດຕັ້ງພິທີຍ້ອງຍໍສັນລະເສີນ ປີ 2025 ກ່າວຄຳເຫັນທີ່ການພົບປະ (ພາບ: VOV1)

ທີ່ການພົບປະກັບສື່ມວນຊົນກ່ຽວກັບເຫດການໂດຍ ກະຊວງຊົນເຜົ່າ ແລະ ສາສະໜາຈັດຂຶ້ນໃນຕອນບ່າຍວັນທີ 22 ທັນວາ, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງໃຫ້ຮູ້ວ່າ ລາຍການເພື່ອແນໃສ່ຍ້ອງຍໍສັນລະເສີນ, ສົ່ງເສີມຈິດໃຈມານະພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອບັນລຸໄດ້ຜົນງານດີເດັ່ນ ໃນການຮ່ຳຮຽນ, ຝືກຝົນຫຼໍ່ຫຼອມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມຂອງນັກຮຽນ, ນັກສຶກສາ ແລະ ຊາວໜຸ່ມຊົນເຜົ່າສ່ວນໜ້ອຍ… ທ່ານ ຫງວຽນວັນບ້າ, ຫົວໜ້າບັນນາທິການ ໜັງສືພິມ VietnamNet, ຮອງຫົວໜ້າຄະນະປະຈຳຄະນະຈັດຕັ້ງພິທີຍ້ອງຍໍສັນລະເສີນ ປີ 2025 ໃຫ້ຮູ້ວ່າ:

ນີ້ແມ່ນຄັ້ງທຳອິດໃນ ການເຊີດຊູ 12 ຄັ້ງທີ່ມີຜູ້ຕາງໜ້າຂອງນັກຮຽນ, ນັກສຶກສາ 52 ຊົນເຜົ່າເຂົ້າຮ່ວມ. ທີສອງແມ່ນເປົ້າໝາຍໄດ້ຮັບການຍ້ອງຍໍໃນປີນີ້ຍັງເພີ່ມເຕີມນັກສຶກສາຮຽນເສັງຈົບການສຶກສາໄດ້ທີໜຶ່ງ. ທີສາມ, ການຍ້ອງຍໍໃນປີນີ້ ມີນັກສຶກສາ, ນັກຮຽນ, ຊາວໜຸ່ມຫຼາຍຄົນມີຜົນງານພົ້ນເດັ່ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.