ຂ່າວເດັ່ນ

ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ທາງ​ດ້ານ​ດີ​ຈີ​ຕອນ​ໃຫ້​ແກ່​ຊາວ​ໜຸ່ມ​ເຍົາ​ວະ​ຊົນ

ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ທາງ​ດ້ານ​ດີ​ຈີ​ຕອນ​ໃຫ້​ແກ່​ຊາວ​ໜຸ່ມ​ເຍົາ​ວະ​ຊົນ

(VOVWORLD) - ທ່ານ ຟ້າມແມັ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຖືວ່າ ໃນສັງກາດດີຈີຕອນ, ການຫັນເປັນດີຈີຕອນ ແມ່ນທ່າອ່ຽງທີ່ຕ້ອງເປັນໄປ, ໂດຍໄດ້ດຳເນີນຢ່າງຮອບດ້ານໃນທຸກດ້ານຂອງຊີວິດ, ນັບທັງຂອບເຂດພາຍໃນປະເທດ ແລະ ທົ່ວໂລກ.

ທ່ານ ຟ້າມແມັ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ກ່າວຄຳເຫັນທີ່ໂຄງການ

ຕອນບ່າຍວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ມະຫາວິທະຍາໄລເສດຖະກິດມະຫາຊົນ, ສື່ເອເລັກໂຕນິກ ວິທະຍຸກະຈາຍສຽງ ຫວຽດນາມ (VOV), ໂຄງການພັດທະນາ ສປຊ (UNDP - ຫວຽດນາມ) ແລະ ສູນພັດທະນາວິທະຍາສາດເຕັກໂນໂລຢີ ແລະ ຜູ້ມີຄວາມເກັ່ງກ້າສາມາດໜຸ່ມ - ສູນກາງຄະນະຊາວໜຸ່ມພັກກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັນຈັດຕັ້ງໂຄງການ “ຍົກສູງຄວາມສາມາດດ້ານດີຈີຕອນໃຫ້ແກ່ ຊາວໜຸ່ມເຍົາວະຊົນ - Skill Our Future”.

ກ່າວຄຳເຫັນທີ່ໂຄງການ, ທ່ານ ຟ້າມແມັ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຖືວ່າ ໃນສັງກາດດີຈີຕອນ, ການຫັນເປັນດີຈີຕອນ ແມ່ນທ່າອ່ຽງທີ່ຕ້ອງເປັນໄປ, ໂດຍໄດ້ດຳເນີນຢ່າງຮອບດ້ານໃນທຸກດ້ານຂອງຊີວິດ, ນັບທັງຂອບເຂດພາຍໃນປະເທດ ແລະ ທົ່ວໂລກ. ທ່ານຮອງຜູ້ອຳນວຍການໃຫຍ່ VOV  ຟ້າມແມັ້ງຮຸງ ເນັ້ນໜັກວ່າ:

ພວກເຮົາພວມຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍໃຫຍ່ກ່ຽວກັບທັກສະດີຈີຕອນ, ແກ້ໄຂວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ ແລະ ນັກຮຽນ, ນັກສຶກສາ, ພິເສດແມ່ນໃນສະພາບການທົວໂລກະພິວັດ ເມື່ອຕະຫຼາດແຮງງານໄດ້ຮັບການເປີດປະຕູ. ພວກຂ້າພະເຈົ້າຈະຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ ກໍ່ຄືທ່າອ່ຽງໃນການຫັນເປັນດີຈີຕອນຂອງບັນດາຂະແໜງການ.

This site is protected by reCAPTCHA and the Google Privacy Policy and Terms of Service apply.