ຂ່າວເດັ່ນ

ຍຸດ​ທະ​ສາດ​ເຕັກ​ໂນ​ໂລ​ຢີ​ແຫ່ງ​ຊາດ​ອີງ​ຕາມ​ພູມ​ປັນ​ຍາ ຫວຽດ​ນາມ ໃນທົ່ວ​ໂລກ

ຍຸດ​ທະ​ສາດ​ເຕັກ​ໂນ​ໂລ​ຢີ​ແຫ່ງ​ຊາດ​ອີງ​ຕາມ​ພູມ​ປັນ​ຍາ ຫວຽດ​ນາມ ໃນທົ່ວ​ໂລກ

(VOVWORLD) - ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ຢັ້ງຢືນວ່າ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ເຊິ່ງແມ່ນບ່ອນນະວັດຕະກຳ ແລະ ເຕັກໂນໂລຢີຍຸດທະສາດຈະແມ່ນກຳລັງຫຼັກແຫຼ່ງ.

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VGP)

ຕອນເຊົ້າວັນທີ 26 ພະຈິກ, ຢູ່ສູນນະວັດຕະກຳ ແຫ່ງຊາດ (NIC) ຮາກຖານຢູ່ຮວ່າລາກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ເປັນປະທານການເຮັດວຽກກັບເຄືອຂ່າຍນະວັດຕະກຳ ແລະ ນັກຊ່ຽວຊານຫວຽດນາມ (VIN) ກ່ຽວກັບການພັດທະນາບັນດາຂະແໜງເຕັກໂນໂລຢີຍຸດທະສາດ.ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ຢັ້ງຢືນວ່າ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ເຊິ່ງແມ່ນນະວັດຕະກຳ ແລະ ເຕັກໂນໂລຢີຍຸດທະສາດຈະແມ່ນກຳລັງຫຼັກແຫຼ່ງ. ຫວຽດນາມ ໄດ້ກຳນົດຢ່າງຈະແຈ້ງ 11 ຂະແໜງເຕັກໂນໂລຢີຍຸດທະສາດ ແລະ 32 ຜະລິດຕະພັນເຕັກໂນໂລຢີຍຸດທະສາດແຫ່ງຊາດ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາ ບັນດານັກຊ່ຽວຊານຈະສະເໜີບັນດາມາດຕະການໃນຕົວຈິງ, ມີຄວາມເປັນໄປໄດ້ສູງ, ມີລັກສະນະບຸກທະລຸ.

This site is protected by reCAPTCHA and the Google Privacy Policy and Terms of Service apply.