ຂ່າວເດັ່ນ

ອົດ​ສະ​ຕາ​ລີ​ຈະ​ຈັດ​ສົ່ງ​ຜູ້​ຕາງ​ໜ້າ​ໄປ​ຍັງ​ຝ​ລັ່ງ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ຢູ​ແກຼນ

ອົດ​ສະ​ຕາ​ລີ​ຈະ​ຈັດ​ສົ່ງ​ຜູ້​ຕາງ​ໜ້າ​ໄປ​ຍັງ​ຝ​ລັ່ງ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ຢູ​ແກຼນ

(VOVWORLD) - ໃນການໂອ້ລົມເຈລະຈາ, ໄປຄຽງຄູ່ກັບການພົວພັນສອງຝ່າຍ, ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບບັນຫາຢູແກຼນ ແລະ ຄວາມມຸ່ງຫວັງຂອງ ສຳພັນທະມິດສະໝັກໃຈ.

ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບ: : AFP/TTXVN)

ວັນທີ 9 ມີນາ, ທ່ານ Anthony Albanese ນາຍົກລັດຖະມົນຕີ ອົດສະຕາລີ ໃຫ້ຮູ້ວ່າມີການເຈລະຈາທາງໂທລະສັບກັບຄູ່ຮ່ວມຕຳແໜ່ງອັງກິດ Keir Starmer ໃນວັນທີ 8 ມີນາ. ໃນການໂອ້ລົມເຈລະຈາ, ໄປຄຽງຄູ່ກັບການພົວພັນສອງຝ່າຍ, ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບບັນຫາຢູແກຼນ ແລະ ຄວາມມຸ່ງຫວັງຂອງ ສຳພັນທະມິດສະໝັກໃຈ ເຊິ່ງບັນດາປະເທດ ເອີລົບຄາດວ່າຈະຜັນຂະຫຍາຍເພື່ອໜູນຊ່ວຍຄວາມໝັ້ນຄົງໃຫ້ແກ່ຢູແກຼນໃນອະນາຄົດ, ໃນຂະນະທີ່ບັນດາຝ່າຍບັນລຸໄດ້ຂໍ້ຕົກລົງຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ທ່ານນາຍົກລັດຖະມົນຕີ ອົດສະຕາລີ ໃຫ້ຮູ້ວ່າ ປະເທດນີ້ ຈະຈັດສົ່ງຜູ້ຕາງໜ້າໄປຍັງຝລັ່ງໃນອາທິດນີ້ເພື່ອປະຊຸມກັບການນຳກອງທັບຂອງປະມານ 20 ປະເທດ ເພື່ອປຶກສາຫາລືກ່ຽວກັບສຳພັນທະມິດຮັກສາສັນຕິພາບຢູ່ ຢູແກຼນ. ທ່ານ Albanese ນາຍົກລັດຖະມົນຕີ ອົດສະຕາລີ ກໍ່ເນັ້ນໜັກວ່າ ທັງປະເທດນີ້ ແລະ ອັງກິດລ້ວນແຕ່ສະໜັບສະໜູນ ຢູແກຼນ, ແຕ່ຍັງບໍ່ທັນສາມາດມີກຳລັງຮັກສາສັນຕິພາບ ຖ້າຍັງບໍ່ທັນມີສັນຕິພາບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.