ຂ່າວເດັ່ນ

ອົດ​ສະ​ຕາ​ລີ ແລະ ອັງ​ກິດ ​ເຊັນ​ສົນ​ທິ​ສັນ​ຍາ AUKUS ດ້ວຍ​ໄລ​ຍະ 50 ປີ

ອົດ​ສະ​ຕາ​ລີ ແລະ ອັງ​ກິດ ​ເຊັນ​ສົນ​ທິ​ສັນ​ຍາ AUKUS ດ້ວຍ​ໄລ​ຍະ 50 ປີ

(VOVWORLD) - ຖະແຫຼງການເນັ້ນໜັກວ່າ ສົນທິສັນຍາສະບັບນີ້ໃຫ້ຄຳໝັ້ນສັນຍາວ່າ 50 ປີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ອັງກິດ ອົດສະຕາລີ ຕໍ່ໄປໃນຂອບເຂດເສົາຄ້ຳ I ຂອງ AUKUS ແລະ ໄດ້ຮັບການສ້າງຕັ້ງບົນພື້ນຖານຢ່າງໝັ້ນແກ່ນຂອງການຮ່ວມມືສາມຝ່າຍ AUKUS.

ວັນທີ 26 ກໍລະກົດ, ອົດສະຕາລີ ແລະ ອັງກິດ ໄດ້ເຊັນສົນທິສັນຍາສະບັບໃໝ່ດ້ວຍໄລຍະ 50 ປີ ເພື່ອແນໃສ່ປັບປຸງໂຄງການກຳປັ່ນດຳນ້ຳນິວເຄຼຍສາມຝ່າຍ AUKUS (ລວມມີ ອົດສະຕາລີ, ອັງກິດ ແລະ ອາເມລິກາ), ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງສອງປະເທດຕໍ່ແຜນການນີ້ໃນສະພາບການ ອາເມລິກາ ພວມພິຈາລະນາສົນທິສັນຍາສາມຝ່າຍຄືນໃໝ່.

ຖະແຫຼງການຮ່ວມລະຫວ່າງ ອົດສະຕາລີ ແລະ ອັງກິດ ຊີ້ແຈ້ງວ່າສົນທິສັນຍາສະບັບໃໝ່ ຈະອະນຸຍາດສອງປະເທດຮ່ວມມືຢ່າງຮອບດ້ານບັນດາລາຍການຕ່າງຄື: ການອອກແບບ, ປະດິດແຕ່ງ, ເຄື່ອນໄຫວ, ບຳລຸງຮັກສາ ແລະ ແກ້ໄຂກຳປັ່ນດຳນ້ຳ SSN-AUKUS ໃໝ່, ກໍ່ຄືໜູນຊ່ວຍບັນດາການຢ້ຽມຢາມທ່າກຳປັ່ນ ແລະ ການມີໜ້າຢ່າງໝູນວຽນຂອງກຳປັ່ນດຳນ້ຳ Astute ຂອງ ອັງກິດ ຢູ່ຖານທີ່ໝັ້ນກອງທັບເຮືອໃກ້ກັບ ຢູ່ຝັ່ງທະເລທາງທິດຕາເວັນຕົກ ອົດສະຕາລີ.

ຖະແຫຼງການເນັ້ນໜັກວ່າ ສົນທິສັນຍາສະບັບນີ້ໃຫ້ຄຳໝັ້ນສັນຍາວ່າ 50 ປີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ອັງກິດ ອົດສະຕາລີ ຕໍ່ໄປໃນຂອບເຂດເສົາຄ້ຳ I ຂອງ AUKUS ແລະ ໄດ້ຮັບການສ້າງຕັ້ງບົນພື້ນຖານຢ່າງໝັ້ນແກ່ນຂອງການຮ່ວມມືສາມຝ່າຍ AUKUS.

This site is protected by reCAPTCHA and the Google Privacy Policy and Terms of Service apply.