ຂ່າວເດັ່ນ

ອົດ​ສະ​ຕາ​ລີ ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ຫ້າມ​ເດັກ​ນ້ອຍ​ມີ​ອາ​ຍຸ​​ຕ່ຳ​ກວ່າ 16 ປີ ນຳ​ໃຊ້​ສື່​ສັງ​ຄົມ​ອອນ​ໄລ​

ອົດ​ສະ​ຕາ​ລີ ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ຫ້າມ​ເດັກ​ນ້ອຍ​ມີ​ອາ​ຍຸ​​ຕ່ຳ​ກວ່າ 16 ປີ ນຳ​ໃຊ້​ສື່​ສັງ​ຄົມ​ອອນ​ໄລ​

(VOVWORLD) - ວັນທີ 10 ທັນວາ, ອົດສະຕາລີ ໄດ້ກາຍເປັນປະເທດທຳອິດໃນໂລກ ທີ່ຫ້າມເດັກນ້ອຍນຳໃຊ້ສື່ສັງຄົມອອນໄລຢ່າງເປັນທາງການ. ລັດຖະບານ ອົດສະຕາລີ ຫວັງວ່າ ຂໍ້ຕົກລົງນີ້ຈະຫຼຸດຜ່ອນຜົນກະທົບທີ່ບໍ່ດີຈາກສື່ສັງຄົມອອນໄລຕໍ່ເດັກ.

  ບັນຊີຫຼີ້ນສື່ສັງຄົມອອນໄລຂອງເດັກນ້ອຍນັບແສນຄົນທີ່ມີອາຍຸຕ່ຳກວ່າ 16 ປີຂອງ ອົດສະຕາລີ ໄດ້ຖືກປິດ ເມື່ອກົດໝາຍວ່າດ້ວຍການຈຳກັດອາຍຸນຳໃຊ້ສື່ສັງຄົມອອນໄລມີຜົນສັກສິດຢູ່ປະເທດນີ້. ມີ 10 ສື່ສັງຄົມອອນໄລບັງຄັບຕ້ອງປະຕິບັດຕາມຂໍ້ກຳນົດດັ່ງກ່າວ ລວມມີ Facebook, Instagram, Kick, Reddit, Snapchat, Threads, TikTok, X, YouTube ແລະ Twitch.

        ທ່ານ Anthony Albanese  ນາຍົກລັດຖະມົນຕີ ອົດສະຕາລີ ຢັ້ງຢືນວ່າ ຂໍ້ກຳນົດໃໝ່ນີ້ຈະຊ່ວຍໃຫ້ພວກເດັກໄດ້ພັດທະນາໃນສະພາບແວດລ້ອມທີ່ປອດໄພກວ່າ ແລະ ມີເວລາເພື່ອພັດທະນາບັນດາທັກສະດຳລົງຊີວິດ, ພົບປະສື່ສານແບບເຊິ່ງໜ້າກັບໝູ່ເພື່ອນ ແລະ ຄອບຄົວ.

        ນັບແຕ່ຕອນເຊົ້າວັນທີ 10 ທັນວາ, ເດັກທີ່ມີອາຍຸຕ່ຳກວ່າ 16 ປີ ໄດ້ຮັບແຈ້ງການປິດບັນຊີຈາກບັນດາສື່ສັງຄົມອອນໄລ ແລະ ກໍ່ບໍ່ສາມາດສ້າງບັນຊີໃໝ່ໄດ້.

ນັກຂ່າວ VOV ປະຈຳ ອົດສະຕາລີ


This site is protected by reCAPTCHA and the Google Privacy Policy and Terms of Service apply.