ຂ່າວເດັ່ນ

ອົດ​ສະ​ຕາ​ລີ ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ການ​ປະ​ຕິ​ຮູບ​ທີ່​ພວມ​ດຳ​ເນີນ​ຢູ່ ຫວຽດ​ນາມ

ອົດ​ສະ​ຕາ​ລີ ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ການ​ປະ​ຕິ​ຮູບ​ທີ່​ພວມ​ດຳ​ເນີນ​ຢູ່ ຫວຽດ​ນາມ

(VOVWORLD) - “ບັນດາການປະຕິຮູບເຊິ່ງທ່ານເລຂາທິການໃຫຍ່ ໂຕເລິມ ພວມຜັນຂະຫຍາຍ ແມ່ນຈຳເປັນທີ່ສຸດເພື່ອຍົກລະດັບຂອງ ຫວຽດນາມ ໃນໂລກ ໃນການຜະລິດບັນດາຜະລິດຕະພັນເຕັກໂນໂລຢີສູງ ເພື່ອແນໃສ່ຫຼຸດພົ້ນອອກຈາກບ້ວງລາຍຮັບປານກາງ.

ບັນຍາກາດກອງປະຊຸມສຳມະນາ (ພາບ: VOV)

ວັນທີ 8 ສິງຫາ, ໂຮງຮຽນນະໂຍບາຍສາທາລະນະ Crawford ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ ໄດ້ຈັດກອງປະຊຸມສຳມະນາອັບເດັດ ຫວຽດນາມ ປີ 2025. ກອງປະຊຸມສຳມະນາ ໄດ້ແນະນຳກ່ຽວກັບບັນດາການປ່ຽນແປງໃໝ່ກົງຈັກອຳນາດການປົກຄອງ, ນະໂຍບາຍເສດຖະກິດ, ການຄ້າ, ກະສິກຳ ແລະ ສະພາບແວດລ້ອມຢູ່ ຫວຽດນາມ ໃນໄລຍະມໍ່ໆມານີ້.

        ໃນກອງປະຊຸມສຳມະນາ, ບັນດານັກຄົ້ນຄວ້າ ໄດ້ສຸມໃສ່ແບ່ງປັນຂໍ້ມູນອັບເດັດກ່ຽວກັບ ຫວຽດນາມ ໃນ 3 ດ້ານ, ລວມມີ: ການເມືອງ, ເສດຖະກິດ - ການຄ້າ, ສະພາບແວດລ້ອມ ແລະ ກະສິກຳ… ຕີລາຄາກ່ຽວກັບບັນດາການປະຕິຮູບທີ່ພວມດຳເນີນຢູ່ ຫວຽດນາມ ໃນປັດຈຸບັນ, ທ່ານ ສາດສະດາຈານ Carl Thayer ໃຫ້ຮູ້ວ່າ ນີ້ແມ່ນບາດກ້າວເດີນທີ່ຈຳເປັນເພື່ອໃຫ້ ຫວຽດນາມ ສາມາດພັດທະນາຢ່າງກະໂດດຂັ້ນໃນອະນາຄົດ:

        “ບັນດາການປະຕິຮູບເຊິ່ງທ່ານເລຂາທິການໃຫຍ່ ໂຕເລິມ ພວມຜັນຂະຫຍາຍ ແມ່ນຈຳເປັນທີ່ສຸດເພື່ອຍົກລະດັບຂອງ ຫວຽດນາມ ໃນໂລກ ໃນການຜະລິດບັນດາຜະລິດຕະພັນເຕັກໂນໂລຢີສູງ ເພື່ອແນໃສ່ຫຼຸດພົ້ນອອກຈາກບ້ວງລາຍຮັບປານກາງ. ບັນດາຂົງເຂດທັງໝົດ ເຊິ່ງ ຫວຽດນາມ ຕ້ອງເຮັດ ເພື່ອບັນລຸໄດ້ຜົນສຳເລັດນັ້ນ ລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ.”

ຫວຽດງາ, ນັກຂ່າວ VOV ປະຈຳ ອົດສະຕາລີ

This site is protected by reCAPTCHA and the Google Privacy Policy and Terms of Service apply.