ຂ່າວເດັ່ນ

OECD ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ບັນ​ດາ​ອົງ​ການຫຼາຍ​ຝ່າຍ​ອື່ນໆ

OECD ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ບັນ​ດາ​ອົງ​ການຫຼາຍ​ຝ່າຍ​ອື່ນໆ

(VOVWORLD) - ດ້ວຍຫົວຂໍ້ “ນຳພາເສັ້ນທາງໄປສູ່ຄວາມວັດທະນາຖາວອນແບບຍືນຍົງ, ກວມລວມ ແລະ ການສ້າງຄວາມເຂັ້ມແຂງດ້ວຍຕົນເອງຜ່ານການຄ້າ, ການລົງທຶນ ແລະ ນະວັດຕະກຳ ໂດຍອີງຕາມກົດໝາຍ”, ບັນດາປະເທດເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລື ແລະ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດທີ່ສຳຄັນ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: VOV)

ກອງປະຊຸມສະພາລັດຖະມົນຕີອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD - MCM) ປີ 2025 ໄດ້ອັດລົງໃນວັນທີ 4 ມິຖຸນາ ພາຍຫຼັງການຈັດກອງປະຊຸມກຸ່ມຢູ່ນະຄອນຫຼວງ ປາຣີ, ຝລັ່ງ ເປັນເວລາ 02 ວັນ. ເຂົ້າຮ່ວມກອງປະຊຸມໃນຖານະເປັນປະທານຮ່ວມໂຄງການອາຊີຕາເວັນອອກສ່ຽງໃຕ້ (SEARP), ຄະນະຜູ້ແທນ ຫວຽດນາມ ໄດ້ປະກອບສ່ວນຫຼາຍຢ່າງທີ່ສຳຄັນ ແລະ ຕັ້ງໜ້າເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ.. ດ້ວຍຫົວຂໍ້ “ນຳພາເສັ້ນທາງໄປສູ່ຄວາມວັດທະນາຖາວອນແບບຍືນຍົງ, ກວມລວມ ແລະ ການສ້າງຄວາມເຂັ້ມແຂງດ້ວຍຕົນເອງຜ່ານການຄ້າ, ການລົງທຶນ ແລະ ນະວັດຕະກຳ ໂດຍອີງຕາມກົດໝາຍ”, ບັນດາປະເທດເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລື ແລະ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດທີ່ສຳຄັນ, ລວມມີ ການປັບປຸງລະບົບການຄ້າທົ່ວໂລກອີງຕາມກົດໝາຍ, ເພີ່ມທະວີຄວາມສາມາດໃນການຟື້ນຟູລະບົບສະໜອງ ແລະ ຄວາມໝັ້ນຄົງດ້ານເສດຖະກິດ, ຍູ້ແຮງນະວັດຕະກຳເພື່ອເປົ້າໝາຍພັດທະນາແບບຍືນຍົງ, ຊຸກຍູ້ການແກ້ງແຍ່ງກັນຢ່າງມີຄວາມສະເໝີພາບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.