ຂ່າວເດັ່ນ

ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ ຫວຽດ​ ຢູ່​ງານ​ຕະຫຼາດ​ນັດ​ສາ​ກົນ ອານ​ເຊ​ຣີ 2025

ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ ຫວຽດ​ ຢູ່​ງານ​ຕະຫຼາດ​ນັດ​ສາ​ກົນ ອານ​ເຊ​ຣີ 2025

(VOVWORLD) - ດ້ວຍຄຳຂວັນ “ເພື່ອການຮ່ວມມືລວມ ແລະ ຍືນຍົງ”, FIA 2025 ເຕົ້າໂຮມເກືອບ 700 ວິສາຫະກິດໃນຫຼາຍຂົງເຂດຄືກະສິກຳ, ອຸດສາຫະກຳປຸງແຕ່ງ, ນ້ຳມັນອາຍແກັດ, ການກໍ່ສ້າງ, ເຄື່ອງໄຟຟ້າ - ເອເລັກໂຕນິກ, ກົນຈັກ ຕະຫຼອດຮອດສິ່ງແວດລ້ອມ, ການທ່ອງທ່ຽວ ແລະ ການສຶກສາ.

ພິທີເປີດສະຫຼອງຮ້ານວາງສະແດງສິນຄ້າຂອງ ຫວຽດນາມ (ພາບ: TTXVN)

ວັນທີ 24 ມິຖຸນາ, ຢູ່ຫໍງານວາງສະແດງ Pins Maritimes ຢູ່ນະຄອນຫຼວງ ອານເຊຣີ, ສະຖານທູດ ຫວຽດນາມ ປະຈຳ ອານເຊຣີ ໄດ້ສົມທົບກັບອົງການການຄ້າຈັດພິທີເປີດສະຫຼອງຮ້ານວາງສະແດງສິນຄ້າຂອງ ຫວຽດນາມ ຢູ່ງານຕະຫຼາດນັດສາກົນ ອານເຊຣີ ຄັ້ງທີ 56 (FIA 2025).

        ດ້ວຍຄຳຂວັນ “ເພື່ອການຮ່ວມມືລວມ ແລະ ຍືນຍົງ”, FIA 2025 ເຕົ້າໂຮມເກືອບ 700 ວິສາຫະກິດໃນຫຼາຍຂົງເຂດຄືກະສິກຳ, ອຸດສາຫະກຳປຸງແຕ່ງ, ນ້ຳມັນອາຍແກັດ, ການກໍ່ສ້າງ, ເຄື່ອງໄຟຟ້າ - ເອເລັກໂຕນິກ, ກົນຈັກ ຕະຫຼອດຮອດສິ່ງແວດລ້ອມ, ການທ່ອງທ່ຽວ ແລະ ການສຶກສາ.

        ຮ້ານວາງສະແດງສິນຄ້າຂອງ ຫວຽດນາມ ໄດ້ວາງສະແດງສິນຄ້າຕົວຢ່າງຂອງວິສາຫະກິດກວ່າ 30 ແຫ່ງທີ່ເຄື່ອນໄຫວໃນບັນດາຂົງເຂດຜະລິດຕະພັນກະເສດ, ສິນໃນນ້ຳ, ສະບຽງອາຫານ, ເກີບໜັງ, ເຄື່ອງຕຳແຜ່ນຕັດຫຍິບ, ເຄື່ອງເຟີນີເຈີ, ຢາງພລາດຕິກ, ວັດສະດຸກໍ່ສ້າງ, ພາຫະນະເຄື່ອງກົນຈັກ ແລະ ເຄື່ອງຈັກອຸດສາຫະກຳ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.