ຂ່າວເດັ່ນ

ໂຄງການ “ເພື່ອ​ສິ່ງ​ແວດ​ລ້ອມ​ສີ​ຂຽວ​ແຫ່ງ​ຊາດ ປີ 2023”: ແຜ່​ຂະ​ຫຍາຍ “ວິ​ຖີ​ຊີ​ວິດສີ​ຂຽວ” ສູ່ມວນ​ຊົນ

ໂຄງການ “ເພື່ອ​ສິ່ງ​ແວດ​ລ້ອມ​ສີ​ຂຽວ​ແຫ່ງ​ຊາດ ປີ 2023”: ແຜ່​ຂະ​ຫຍາຍ “ວິ​ຖີ​ຊີ​ວິດສີ​ຂຽວ” ສູ່ມວນ​ຊົນ

(VOVWORLD) -ວັນທີ 5 ພຶດສະພາ, ສະມາຄົມປົກຮັກສາຮັກສາທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເລີ່ມດຳເນີນໂຄງການ “ເພື່ອສິ່ງແວດລ້ອມສີຂຽວແຫ່ງຊາດ ປີ 2023”.

ນັກຮຽນປະຖົມພາກັນເຂົ້າຮ່ວມກິດຈະກຳຕ່າງໆຂອງໂຄງການ (ພາບ: dangcongsan.vn)

ໂຄງການດັ່ງກ່າວ ຈັດກິດຈະກຳຕ່າງໆຂຶ້ນຢູ່ຮ່າໂນ້ຍ ແຕ່ວັນທີ 5 ຫາວັນທີ 19 ພະຈິກ ຈຶ່ງອັດລົງ ດ້ວຍຈຸດປະສົງ ແນໃສ່ຮຽກຮ້ອງວົງຄະນະຍາດພ້ອມກັນເຂົ້າຮ່ວມການຮັກສາສຸຂະພາບ ແລະ ສິ່ງແວດລ້ອມ, ຊົມເຊີຍສົ່ງເສີມການປະຕິບັດການກະທຳທີ່ປອດໃສ ແລະ ວິຖີຊີວິດ ປອດໄສເປັນມິດກັບສິ່ງແວດລ້ອມ - ສະອາດ - ງາມຕາ.

ໃນຂອບເຂດຂອງໂຄງການ, ຈະຈັດກິດຈະກຳຕ່າງໆຄື: ງານວາງສະແດງຕົວແບບສີຂຽວຂອງນັກຮຽນ ແລະ ຮ້ານໂຄສະນາຜະລິດຕະພັນ, ການບໍລິການສີຂຽວຂອງອົງການ, ວິສາຫະກິດຕ່າງໆ; ແຕ້ມຮູບຂະໜາດໃຫຍ່ດ້ວຍຫົວຂໍ້: “ຮ່າໂນ້ຍສີຂຽວ - ນະຄອນແຫ່ງສັນຕິພາບ”… ເພື່ອແນໃສ່ໂຄສະນາ, ແນະນຳ ແລະ ສົ່ງແຫຼ່ງບັນດານໃຈໃຫ້ວົງຄະນະຍາດ ໃນການສ້າງສິ່ງແວດລ້ອມແຫ່ງຊາດ ສີຂຽວ, ສະອາດ. ຕາມທ່ານ ປອ. ເຈິ່ນວັນໝຽວ, ຮອງປະທານສະມາຄົມປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ແລ້ວ, ໂຄງການດັ່ງກ່າວ ກໍແມ່ນໂອກາດທີ່ດີ ເພື່ອໃຫ້ບັນດາອົງການ, ວິສາຫະກິດ ສະແດງທັດສະນະ ແລະ ຄຳໝັ້ນສັນຍາຂອງຕົນ ຕໍ່ບັນຫາປົກປັກຮັກສາສິ່ງແວດລ້ອມ, ພັດທະນາປະເທດຊາດແບບຍືນຍົງ.


This site is protected by reCAPTCHA and the Google Privacy Policy and Terms of Service apply.