ຂ່າວເດັ່ນ

ໂລກ​ຍາກ​ທີ່​ຈະ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ເພີ່ມພະ​ລັງ​ງານໄຟ​ຟ້າ​ທົດ​ແທນ ​ທົບ 3 ເທົ່າ​​ໃນ​ປີ 2030

ໂລກ​ຍາກ​ທີ່​ຈະ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ເພີ່ມພະ​ລັງ​ງານໄຟ​ຟ້າ​ທົດ​ແທນ ​ທົບ 3 ເທົ່າ​​ໃນ​ປີ 2030

(VOVWORLD) - ກຳລັງແຮງພະລັງງານທົດແທນທົ່ວໂລກພຽງແຕ່ເພີ່ມຂຶ້ນປະມານ 4.600 GW ເທົ່ານັ້ນ, ເທົ່າກັບ 2,6 ເທົ່າເມື່ອທຽບໃສ່ລະດັບຂອງປີ 2022, ຕ່ຳກວ່າຫຼາຍພໍສົມຄວນເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນແມ່ນ 5.500 GW.

ໂຮງງານໄຟຟ້າແສງຕາເວັນ ຢູ່ Konya, ຕວັກກີ  (ພາບປະກອບ: THX/TTXVN)

ວັນທີ 07 ຕຸລາ, ອົງການພະລັງງານສາກົນ (IEA) ກ່າວເຕືອນລະດັບການພັດທະນາພະລັງງານທົດແທນທົ່ວໂລກພວມມີສັນຍານຊັກຊ້າລົງ, ເຮັດໃຫ້ໂລກຍາກທີ່ຈະບັນລຸໄດ້ເປົ້າໝາຍເພີ່ມປະລິມານໄຟຟ້າທົດແທນຂຶ້ນທົບ 3 ເທົ່າໃນປີ 2030, ເຊິ່ງເປັນເປົ້າໝາຍໜຶ່ງທີ່ສຳຄັນໃນຄວາມມານະພະຍາຍາມຈຳກັດການປ່ຽນແປງຂອງດິນຟ້າອາກາດ.

        ຕາມບົດລາຍງານຫຼ້າສຸດ, IEA ຄາດຄະເນວ່າ ກຳລັງແຮງພະລັງງານທົດແທນທົ່ວໂລກພຽງແຕ່ເພີ່ມຂຶ້ນປະມານ 4.600 GW ເທົ່ານັ້ນ, ເທົ່າກັບ 2,6 ເທົ່າເມື່ອທຽບໃສ່ລະດັບຂອງປີ 2022, ຕ່ຳກວ່າຫຼາຍພໍສົມຄວນເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນແມ່ນ 5.500 GW. ເຫດຜົນຫຼັກໄດ້ຮັບຖືວ່າແມ່ນຍ້ອນບັນດາການປ່ຽນແປງກ່ຽວກັບນະໂຍບາຍ, ຂໍ້ກຳນົດ ແລະ ຕະຫຼາດ ນັບແຕ່ເດືອນຕຸລາ 2024.

        IEA ເນັ້ນໜັກວ່າ ພະລັງງານທົດແທນໄດ້ຊ່ວຍໃຫ້ຫຼາຍປະເທດຫຼຸດຜ່ອນການເອືອຍອີງຕໍ່ການນຳເຂົ້າເຊື້ອເພີງ, ເພີ່ມທະວີຄວາມໝັ້ນຄົງດ້ານພະລັງງານ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດລົງທຶນຍົກລະດັບຕາໜ່າງໄຟຟ້າ.

This site is protected by reCAPTCHA and the Google Privacy Policy and Terms of Service apply.