ຂ່າວເດັ່ນ

ຮົງ​ກົງ (ຈີນ) ຈະ​ເອົາ​ທຸງ​ຊາດ​ລົດ​ເຄິ່ງ​ເສົາ ອາ​ໄລ​ຫາ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ເຫດ​ໄຟ​ໄໝ້​ໃນ​ເວ​ລາ 3 ວັນ

ຮົງ​ກົງ (ຈີນ) ຈະ​ເອົາ​ທຸງ​ຊາດ​ລົດ​ເຄິ່ງ​ເສົາ ອາ​ໄລ​ຫາ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ເຫດ​ໄຟ​ໄໝ້​ໃນ​ເວ​ລາ 3 ວັນ

(VOVWORLD) - ໄລ່ຮອດວັນທີ 28 ພະຈິກ, ເຫດໄຟໄໝ້ຢູ່ເຂດຕຶກອາຄານ ອາພາດເມັນ Wang Fuk Court ໄດ້ເຮັດໃຫ້ 128 ຄົນເສຍຊີວິດ...

   ວັນທີ 28 ພະຈິກ, ອຳນາດການປົກຄອງເຂດບໍລິຫານພິເສດ ຮົງກົງ (ຈີນ) ໄດ້ປະກາດວ່າ ເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍ ຈາກເຫດໄຟໄໝ້ຢູ່ເມືອງ ໄຕໂປ, ເຂດພິເສດນີ້ ຈະເອົາທຸງຊາດລົດເຄິ່ງເສົາແຕ່ວັນທີ 29 ພະຈິກ-ວັນທີ 1 ທັນວາ. ທຸກການເຄື່ອນໄຫວລະຫຼີ້ນບັນເທິງຈະຖືກຍຸບເລິກ ຫຼືໂຈະໄວ້.

  ໃນວັນດຽວກັນ, 8 ຄົນໄດ້ຖືກຈັບຕົວຢູ່ຫຼາຍເມືອງຂອງ ຮົງກົງ ລວມທັງທີ່ປຶກສາດ້ານເຕັກນິກ, ນັກປະມູນສຳຮອງ ແລະ ຝ່າຍເປັນກາງ. ໄລ່ຮອດວັນທີ 28 ພະຈິກ, ເຫດໄຟໄໝ້ຢູ່ເຂດຕຶກອາຄານ ອາພາດເມັນ Wang Fuk Court   ໄດ້ເຮັດໃຫ້ 128 ຄົນເສຍຊີວິດ ແລະ 79 ຄົນຖືກບາດເຈັບ ໃນຂະນະທີ່ຍັງມີປະມານ 200 ຄົນຖືກຫາຍສາບສູນ. ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນອີກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.