ຂ່າວເດັ່ນ

ອົງການກູ້ໄພກູ້ຊີບສະຫະປະຊາຊາດ: ສະພາບການມະນຸດສະທຳຢູ່ເຂດ ກາຊາ “ພວມໄປເກີນຄວາມຄາດຄິດ”

ອົງການກູ້ໄພກູ້ຊີບສະຫະປະຊາຊາດ: ສະພາບການມະນຸດສະທຳຢູ່ເຂດ ກາຊາ “ພວມໄປເກີນຄວາມຄາດຄິດ”

(VOVWORLD) - ເລື່ອງສະກັດກັ້ນການນຳເຂົ້ານົມຜົງໃຫ້ເດັກ, ອາຫານໂພສະນາການ ແລະ ການຊ່ວຍເຫຼືອມະນຸດສະທຳທຸກຮູບແບບເຂົ້າເຂດ ກາຊາ ໄດ້ເຮັດໃຫ້ເດັກນ້ອຍກວ່າ 70.000 ຄົນຕ້ອງເຂົ້າໂຮງໝໍ

        ວັນທີ 04 ພຶດສະພາ, ອົງການກູ້ໄພກູ້ຊີບ ແລະ ວຽກເຮັດງານທຳຂອງສະຫະປະຊາຊາດໃຫ້ສຳລັບຊາວລີ້ໄພ ປາແລັດສະຕິນ (UNRWA) ໄດ້ກ່າວເຕືອນສະພາບການມະນຸດສະທຳໃນທົ່ວເຂດ ກາຊາ “ພວມໄປເກີນຄວາມຄາດຄິດ” ແລະ ຮຽກຮ້ອງຄວາມມານະພະຍາຍາມສາກົນເພື່ອແກ້ໄຂສະພາບການດັ່ງກ່າວ.

        ໃນຂະນະນັ້ນ, ໃນບົດກ່າວປາໄສ, ຫ້ອງການສື່ມວນຊົນໂດຍກຳລັງ Hamas ບໍລິຫານກໍ່ກ່າວເຕືອນໄພພິບັດມະນຸດສະທຳທີ່ຈະເກີດຂຶ້ນຢູ່ເຂດ ກາຊາ, ຍ້ອນບັນດາດ່ານຊາຍແດນສືບຕໍ່ຖືກປິດປະຕູ ແລະ ຄຳສັ່ງປິດລ້ອມຂອງ ອິດສະຣາແອັນ ທີ່ແກ່ຍາວເປັນເວລາກວ່າ 60 ວັນຜ່ານມາ.

        ຫ້ອງການດັ່ງກ່າວກໍ່ໃຫ້ຮູ້ວ່າ, ເລື່ອງສະກັດກັ້ນການນຳເຂົ້ານົມຜົງໃຫ້ເດັກ, ອາຫານໂພສະນາການ ແລະ ການຊ່ວຍເຫຼືອມະນຸດສະທຳທຸກຮູບແບບເຂົ້າເຂດ ກາຊາ ໄດ້ເຮັດໃຫ້ເດັກນ້ອຍກວ່າ 70.000 ຄົນຕ້ອງເຂົ້າໂຮງໝໍຍ້ອນຂາດສານອາຫານຢ່າງຮ້າຍແຮງ; ເດັກກວ່າ 3.500 ຄົນອາຍຸຕ່ຳກວ່າ 5 ປີມີຄວາມສ່ຽງທີ່ຈະເສຍຊີວິດຍ້ອນອຶດຫິວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.