ຂ່າວເດັ່ນ

ໂປ​ໂລຍນຳ​ໃຊ້ ມາດ​ຕາ​ທີ 4 ຂອງ NATO

ໂປ​ໂລຍນຳ​ໃຊ້ ມາດ​ຕາ​ທີ 4 ຂອງ NATO

(VOVWORLD) - ທ່ານນາຍົກລັດຖະມົນຕີ ໂປໂລຍ Donald Tusk ໄດ້ກຳນົດວ່າ ມີເຫດລ່ວງລ້ຳເຂົ້າເຂດນ່ານຟ້າຂອງປະເທດນີ້ 19 ຄັ້ງ ແລະ ປະເທດນີ້ໄດ້ຍິງ UAV ຕົກຢ່າງໜ້ອຍສຸດ 3 ລຳ ໂດຍຢັ້ງຢືນວ່າບໍ່ມີຜູ້ເສຍຊີວິດ ຫຼື ຮັບບາດເຈັດໃນເຫດການນີ້.

ວັນທີ 10 ກັນຍາ, ທ່ານ Donald Tusk ນາຍົກລັດຖະມົນຕີ ໂປໂລຍ ໃຫ້ຮູ້ວ່າ ປະເທດນີ້ໄດ້ນຳໃຊ້ມາດຕາທີ 4  ຂອງອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ເພື່ອຮຽກຈັດປະຊຸມດ່ວນ ພັນທະມິດການທະຫານພາຍຫຼັງວັດຖຸບິນບໍ່ມີຄົນຂັບ (UAV) ລ່ວງລ້ຳເຂົ້າເຂດນ່ານຟ້າຂອງປະເທດນີ້ ໃນຕອນກາງຄືນວັນທີ 9 ກັນຍາ. ກ່າວຄຳເຫັນທີ່ສະພາແຫ່ງຊາດ, ທ່ານນາຍົກລັດຖະມົນຕີ Tuskໄດ້ກຳນົດວ່າ ມີເຫດລ່ວງລ້ຳເຂົ້າເຂດນ່ານຟ້າຂອງປະເທດນີ້ 19 ຄັ້ງ ແລະ ປະເທດນີ້ໄດ້ຍິງ UAV ຕົກຢ່າງໜ້ອຍສຸດ 3 ລຳ ໂດຍຢັ້ງຢືນວ່າບໍ່ມີຜູ້ເສຍຊີວິດ ຫຼື ຮັບບາດເຈັດໃນເຫດການນີ້.    ສະພາອັດລັງຕິກເໜືອ (NAC) ໂດຍແມ່ນອົງການວາງອອກຂໍ້ຕົກລົງດ້ານການເມືອງທີ່ສຳຄັນ ຂອງ NATO ໄດ້ດຳເນີນກອງປະຊຸມປະຈຳ ອາທິດໃນຕອນເຊົ້າວັນທີ 10 ກັນຍາ. ເຖິງຢ່າງໃດກໍຕາມ, ຕາມບັນດານັກການທູດ, ສຳພັນທະມິດໄດ້ຕັດສິນວ່າ ກອງປະຊຸມຈະຈັດຂຶ້ນຕາມມາດຕາທີ 4 ຂອງສົນທິສັນຍາ ພັນທະມິດ. ຕາມມາດຕານີ້, ບໍ່ວ່າປະເທດສະມາຊິກໃດຂອງ NATO ກໍ່ອາດສາມາດຮຽກຈັດກອງປະຊຸມດ່ວນເມື່ອເຫັນວ່າ “ຜືນແຜ່ນດິນອັນຄົບຖ້ວນ, ຄວາມເອກະລາດດ້ານການເມືອງ  ແລະ ຄວາມໝັ້ນຄົງ” ຂອງຕົນຖືກນາບຂູ່. ນີ້ແມ່ນຄັ້ງທີ 8 ທີ່ນຳໃຊ້ມາດຕາດັ່ງກ່າວ ນັບແຕ່ NATO ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1949.

This site is protected by reCAPTCHA and the Google Privacy Policy and Terms of Service apply.