ຂ່າວເດັ່ນ

ໂປ​ໂລຍຖະ​ແຫຼງ​ເປັນ​ເຈົ້າ​ພາບ​ຈັດ “ກອງ​ປະ​ຊຸມ​ທົ່ວ​ໂລກ” ກ່ຽວ​ກັບ​ການ​ສ້າງ ຢູ​ແກຼນ ຄືນ​ໃໝ່

ໂປ​ໂລຍຖະ​ແຫຼງ​ເປັນ​ເຈົ້າ​ພາບ​ຈັດ “ກອງ​ປະ​ຊຸມ​ທົ່ວ​ໂລກ” ກ່ຽວ​ກັບ​ການ​ສ້າງ ຢູ​ແກຼນ ຄືນ​ໃໝ່

(VOVWORLD) - ວັນທີ 03 ກຸມພາ, ທ່ານ Donald Tusk ນາຍົກລັດຖະມົນຕີ ໂປໂລຍ ໄດ້ຖະແຫຼງວ່າ ປະເທດນີ້ຈະເປັນເຈົ້າພາບຈັດກອງປະຊຸມທົ່ວໂລກກ່ຽວກັບການສ້າງ ຢູແກຼນ ຄືນໃໝ່ໃນເດືອນມິຖຸນາ ຈະມາເຖິງຢູ່ນະຄອນ Gdansk ເພື່ອແນໃສ່ເປີດກວ້າງການຮ່ວມມືສາກົນ ແລະ ການໜູນຊ່ວຍ ຢູແກຼນ ພາຍຫຼັງການປະທະກັນ.

ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານນາຍົກລັດຖະມົນຕີ Donald Tusk ໃຫ້ຮູ້ວ່າ ຄາດວ່າ ຈະເຕົ້າໂຮມຜູ້ແທນນັບຮ້ອຍຄົນຈາກຫຼາຍແຫ່ງໃນໂລກເຂົ້າຮ່ວມ, ລວມມີບັນດາການນຳການເມືອງ, ນັກຊ່ຽວຊານເສດຖະກິດ, ນັກທຸລະກິດ ແລະ ຜູ້ຕາງໜ້າຈາກບັນດາກຸ່ມບໍລິສັດໃຫຍ່. ເນື້ອໃນຕົ້ນຕໍຂອງກອງປະຊຸມຈະປຶກສາຫາລືກ່ຽວກັບບັນຫາຟື້ນຟູພາຍຫຼັງການປະທະກັນ, ລວມມີການຕີລາຄາຜົນເສຍຫາຍດ້ານພື້ນຖານໂຄງລ່າງ, ສ້າງແຜນການລົງທຶນເຂົ້າໃນບັນດາຂົງເຂດແກ່ນສານ, ເຊັ່ນ: ພະລັງງານ, ຄົມມະນາຄົມ ແລະ ກະສິກຳ, ກໍຄືບັນດາມາດຕະການປົກປັກຮັກສາຄວາມໝັ້ນຄົງໃນຍາວນານ.

        ກ່ອນເວລາດຳເນີນກອງປະຊຸມ, ຄາດວ່າ ທ່ານນາຍົກລັດຖະມົນຕີ ໂປໂລຍ ຈະມີການຢ້ຽມຢາມ Kiev ເພື່ອແນໃສ່ປຶກສາຫາລືລາຍລະອຽດກັບຝ່າຍ ຢູແກຼນ, ລວມມີວາລະການເຄື່ອນໄຫວ, ຫົວຂໍ້ ແລະ ບັນຊີລາຍຊື່ແຂກຖືກເຊີນເຂົ້າຮ່ວມກອງປະຊຸມ.

ນັກຂ່າວ VOV ປະຈຳ ເຊັກໂກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.