ຂ່າວເດັ່ນ

ໂທລະເລກ, ຈົດໝາຍ ແລະ ສານອວຍພອນບັນດາສະຫາຍການນຳຫຼັກແຫຼ່ງຂອງ ຫວຽດນາມ

[VOVWORLD] - ທ່ານ ທອງລຸນ ສີສຸລິດ ຢືນຢັນວ່າ ພ້ອມແລ້ວທີ່ຈະຮຽງບ່າຮຽງໄຫຼ່ກັບ ສະຫາຍ ໂຕເລິມ ສືບຕໍ່ເພີ່ມພູນຄູນສ້າງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ

        ເນື່ອງ​ໃນ​ໂອ​ກາດ​ ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ຮັບ​​ການເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ, ທ່ານ ເລ​ມິນ​ຮຶງ ໄດ້​​ຮັບ​ການເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທ່ານ ເຈິ່ນ​ແທັງ​ເໝີ້ນ ໄດ້​ຮັບ​ການ​ເລືອກ​ຕັ້ງດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ການ​ນຳ ລາວ ໄດ້​ສົ່ງ​ໂທ​ລະ​ເລກ, ຈ​ົດ​ໝາຍ ແລະ ສານອວຍ​ພອນ​ເຖິງ​ບັນ​ດາ​ການ​ນຳ ຫວຽດ​ນາມ.

        ທ່ານ​ ທອງ​ລຸນ ສີ​ສຸ​ລິ​ດ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ເຊື່ອ​ໝັ້ນ​ວ່າ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຈະ​ພ້ອມ​ກັບ​ບັນ​ດາ​ສະ​ຫາຍການ​ນຳ​ພັກ, ລັດ ຫວຽດ​ນາມ ສືບ​ຕໍ່​ນຳ​ພາ​ປະ​ເທດຊາດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ອ້າຍ​ນ້ອງ ຍາດ​ໄດ້ບັນ​ດາ​ຜົນ​ງານ​ໃໝ່ໃນ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 14 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ທີ່​ໃຫຍ່​ຫຼວງກວ່າ, ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີປະ​ຊາ​ທິ​ປະ​ໄຕ​, ຍຸ​ຕິ​ທຳ ແລະ ສີ​ວິ​ໄລ.

        ທ່ານ​ ທອງ​ລຸນ ສີ​ສຸ​ລິ​ດ ຢືນ​ຢັນ​ວ່າ ພ້ອມ​ແລ້ວ​ທີ່ຈະ​ຮຽງ​ບ່າ​ຮຽງ​ໄຫຼ່​ກັບ​ ສະ​ຫາຍ ໂຕ​ເລິມ ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ ແລະ ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄ​ີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນສ່ວນ​ຍຸດ​ທະ​ສາດ​ລະ​ຫວ່າງ 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.