ຂ່າວເດັ່ນ

ປ​ະ​ກາດ​ບົດ​ລາຍ​ງານ PCI 2020 - ປີ​ແຫ່ງ​ຂີດ​ໝາຍ​ສຳ​ຄັນຫຼາ​ຍ​ຢ່າງ

ປ​ະ​ກາດ​ບົດ​ລາຍ​ງານ PCI 2020 - ປີ​ແຫ່ງ​ຂີດ​ໝາຍ​ສຳ​ຄັນຫຼາ​ຍ​ຢ່າງ

(VOVWORLD) - ຕອນເຊົ້າວັນທີ 15 ເມສາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ປະກາດບົດລາຍງານ ດັດຊະນີຄວາມສາມາດແກ້ງແຍ້ງຂັ້ນແຂງປີ 2020 (PCI 2020).

ພິທີປະກາດບົດລາຍງານ ດັດຊະນີຄວາມສາມາດແກ້ງແຍ້ງຂັ້ນແຂງປີ 2020 
  ຜ່ານໄລຍະ 16 ປີ ຢ່າງລຽນຕິດ, ບົດລາຍງານ PCI ໄດ້ສ່ອງແສງໃຫ້ເຫັນຄວາມຮູ້ສຶກຂອງປະຊາຄົມວິສາຫະກິດ ກ່ຽວກັບສະພາບແວດລ້ອມດຳເນີນທຸລະກິດ ຢູ່ ຫວຽດນາມ ເພື່ອແນໃສ່ຕີລາຄາ ແລະ ຈັດອັນດັບສະພາບແວດລ້ອມດຳເນີນທຸລະກິດ ກໍຄື ຄຸນນະພາບຂອງການບໍລິຫານເສດຖະກິດຂອງບັນດາແຂວງ, ນະຄອນຢູ່ ຫວຽດນາມ. ທ່ານ ເດົ້າແອັງຕ໊ວນ, ຫົວໜ້າພະແນກກົດໝາຍ ຫ້ອງການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າ:

        “ບົດລາຍງານ PCI ຄັ້ງນີ້ ຈະຕອບສະໜອງຂໍ້ມູນເພື່ອໃຫ້ການນຳບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ ແລະ ການນຳສູນກາງ ກຳໄດ້ສະພາບການຫັນປ່ຽນ, ການຕີລາຄາຈາກຕົວຈິງ ກ່ຽວກັບການເຄື່ອນໄຫວຂອງສະພາບແວດລ້ອມດຳເນີນທຸລະກິດ. ນີ້ກໍແມ່ນໂອກາດເພື່ອໃຫ້ອຳນາດການປົກຄອງທ້ອງຖິ່ນຕ່າງໆເບິ່ງຄືນ, ສຳຫຼວດກວດກາຄືນບັນດາຂົງເຂດຂອງຕົນ ເພື່ອວາງອອກແຜນການປັບປຸງໃຫ້ຖືກຕ້ອງຕາມຄວາມຕ້ອງການ ແລະ ຄວາມປາດຖະໜາຂອງວິສາຫະກິດ”.

        ບົດລາຍງານ PCI 2020 ບໍ່ພຽງແຕ່ມີຕາຕະລາງຈັດອັນດັບຄວາມສາມາດແກ້ງແຍ້ງຂອງທ້ອງຖິ່ນໃນປີ 2020 ເທົ່ານັ້ນ, ຫາກຍັງວິເຄາະວິໄຈກ່ຽວກັບສະພາບການສະພາບແວດລ້ອມດຳເນີນທຸລະກິດປີ 2020 ແລະ ໄລຍະ 2016 – 2020 ຜ່ານມາ ອີກດ້ວຍ. ພິເສດ, ບົດລາຍງານ PCI 2020 ຍັງກຳນົດໄດ້ຄວາມດູດດື່ມຂອງ ຫວຽດນາມ ໃນສາຍຕາຂອງນັກລົງທຶນ ແລະ ສ່ອງແສງແງ່ຫວັງຂອງປະຊາຄົມວິສາຫະກິດ ສຳລັບຄວາມມານະພະຍາຍາມປະຕິຮູບຂອງລັດຖະບານຂັ້ນຕ່າງໆໃນ 5 ປີ ຈະມາເຖິງ.


 

This site is protected by reCAPTCHA and the Google Privacy Policy and Terms of Service apply.