ຂ່າວເດັ່ນ

ປ​ະ​ຊ​າ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຍາມ​ໃດ​ກໍ່​ມຸ່ງ​ໄປ​ຫາ​ບ້ານ​ເກີດ​ເມື​ອງນອນ, ປະ​ເທດ​ຊາດ

ປ​ະ​ຊ​າ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຍາມ​ໃດ​ກໍ່​ມຸ່ງ​ໄປ​ຫາ​ບ້ານ​ເກີດ​ເມື​ອງນອນ, ປະ​ເທດ​ຊາດ

(VOVWORLD) - ທ່ານ ຫງວຽນຈູງກຽນ ປາດຖະໜາວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ຈະຍູ້ແຮງວຽກງານໂຄສະນາ, ແບ່ງປັນຂໍ້ມູນຂ່າວຢ່າງທັນການ.

(ພາບ: ເຈິ່ນຕວັນ)

     ວັນທີ 15 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຫງວຽນຈູງກຽນ, ປະທານຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເຮັດວຽກກັບສະຖານທູດ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ແລະ ວິສາຫະກິດ ຫວຽດນາມ ທີ່ພວມເຄື່ອນໄຫວຢູ່ ລາວ. ທີ່ບັນດາການພົບປະ, ທ່ານ ຫງວຽນຈູງກຽນ ສະເໜີວ່າ ໃນໄລຍະຈະມາເຖິງ, ບັນດາສະມາຄົມ, ຄະນະ ສືບຕໍ່ເສີມຂະຫຍາຍບົດບາດແກ່ນສານ, ຍູ້ແຮງວຽກງານປະຊາຄົມໃນທຸກຂົງເຂດ; ປັບປຸງກຸ່ມກ້ອນມະຫາສາມັກຄີ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ພັດທະນາພາສາຫວຽດ ໃຫ້ແກ່ລຸ້ນໜຸ່ມ, ເພີ່ມທະວີການເຊື່ອມຕໍ່ກັບບັນດານັກຊ່ຽວຊານ, ປັນຍາຊົນ ແລະ ນັກທຸລະກິດເຊິ່ງແມ່ນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.

  ທ່ານ ຫງວຽນຈູງກຽນ ປາດຖະໜາວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ຈະຍູ້ແຮງວຽກງານໂຄສະນາ, ແບ່ງປັນຂໍ້ມູນຂ່າວຢ່າງທັນການ, ຕ້ອງເອົາໃຈໃສ່ເປັນພິເສດໃນວຽກງານສຶກສາລຸ້ນໜຸ່ມ ແລະ ຍົກສູງຄວາມຮັບຮູ້ຂອງປະຊາຄົມກ່ຽວກັບບົດບາດ, ຄວາມຮັບຜິດຊອບຕໍ່ບ້ານເກີດເມືອງນອນ-ປະເທດຊາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.