ຂ່າວເດັ່ນ

ປ​ະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຕີ​ລາ​ຄາ​ສູງ​ເຈດ​ຕະ​ນາ​ດີ​ເຈ​ລະ​ຈາ​ຂອງ ອີ​ຢູ

ປ​ະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຕີ​ລາ​ຄາ​ສູງ​ເຈດ​ຕະ​ນາ​ດີ​ເຈ​ລະ​ຈາ​ຂອງ ອີ​ຢູ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Donald Trump ຕີລາຄາເລື່ອງສະຫະພາບເອີຣົບ (EU) ຂຶ້ນແຜນການດຳເນີນບັນດາການເຈລະຈາ ແມ່ນການກະທຳທີ່ຕັ້ງໜ້າ, ພ້ອມທັງສະແດງຄວາມຫວັງວ່າ ເອີຣົບ ຈະ “ເປີດປະຕູ” ເພື່ອແລກປ່ຽນການຄ້າກັບ ອາເມລິກາ.

(ພາບປະກອບ: REUTERS/Yves Herman)

ວັນທີ 27 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຕີລາຄາເລື່ອງສະຫະພາບເອີຣົບ (EU) ຂຶ້ນແຜນການດຳເນີນບັນດາການເຈລະຈາ ແມ່ນການກະທຳທີ່ຕັ້ງໜ້າ, ພ້ອມທັງສະແດງຄວາມຫວັງວ່າ ເອີຣົບ ຈະ “ເປີດປະຕູ” ເພື່ອແລກປ່ຽນການຄ້າກັບ ອາເມລິກາ.

        ເຖິງຢ່າງໃດກໍຕາມ, ໃນບົດຂຽນທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ Truth Social, ທ່ານປະທານາທິບໍດີ Donald Trump ຍັງຢ້ຳຄືນຄຳກ່າວເຕືອນວ່າ ອາເມລິກາ ຈະຈັດວາງບັນດາມາດຕາດ້ານການຄ້າຕາມລຳພັງຝ່າຍດ່ຽວ ຖ້າສອງຝ່າຍບໍ່ບັນລຸໄດ້ຂໍ້ຕົກລົງນີ້ໃນການເຈລະຈາດ້ານການຄ້າ ຫຼື ວໍຊິງຕັນ ຖືກປະພຶດຢ່າງຂາດຄວາມຍຸຕິທຳ.

        ຄາດວ່າ ບັນດາຜູ້ຕາງໜ້າການຄ້າຂອງ ອາເມລິກາ ແລະ ອີຢູ ຈະດຳເນີນການເຈລະຈາໃນວັນທີ 2 ມິຖຸນາ ໃນສະພາບການວົງການນັກວາງກຳນົດນະໂຍບາຍເອີຣົບ ພວມຕີລາຄາບັນດາແຜນການຂອງບັນດາບໍລິສັດໃນກຸ່ມ ສຳລັບບັນດາບ້ວງເງິນລົງທຶນຂອງ ອາເມລິກາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.