ຂ່າວເດັ່ນ

ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ພົບ​ປະລະ​ຫວ່າງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກັບ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI

ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ພົບ​ປະລະ​ຫວ່າງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກັບ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI

(VOVWORLD) - ວັນທີ 03 ມີນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມກັບບັນດາຜູ້ສະໝັກຮັບເລືອກຕັ້ງ ໄດ້ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ມີສິດເລືອກຕັ້ງກັບຜູ້ສະໝັກຮັບເລືອກຕັັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ຢູ່ຕາແສງ ອານເຍິນເຕີຍ ແລະ ເຕິຍອານໂຮ້ຍ, ນະຄອນ ໂຮ່ຈີມິນ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ  ກ່າວຄຳເຫັນທີ່ການພົບປະ

      ນະທີ່ນີ້, ຕາງໜ້າໃຫ້ບັນດາຜູ້ສະໝັກຮັບເລືອກຕັ້ງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃຫ້ຄຳໝັ້ນສັນຍາປະຕິບັດໂຄງການດຳເນີນງານທີ່ໄດ້ສະເໜີມາຢ່າງເຂັ້ມງວດ; ປາດຖະໜາໃຫ້ຜູ້ມີສິດເລືອກຕັ້ງສືບຕໍ່ໃຫ້ຄວາມເອົາໃຈໃສ່ຕິດຕາມ, ສະໜັບສະໜູນການເຄື່ອນໄຫວຂອງສະພາແຫ່ງຊາດເພື່ອໃຫ້ປະເທດພັດທະນາຢ່າງວ່ອງໄວ, ຍືນຍົງ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ແບ່ງປັນພ້ອມກັບບັນດາຜູ້ສະໝັກຮັບເລືອກຕັ້ງວ່າ ຖ້າໄດ້ຮັບການເລືອກຕັ້ງ ຕ້ອງມີການຕິດຕໍ່ພົວພັນກັບຜູ້ມີສິດເລືອກຕັ້ງ, ຮັບຟັງຄຳເຫັນ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງເປັນປະຈຳ ເພື່ອສ່ອງແສງເຖິງສະພາແຫ່ງຊາດ, ລັດຖະບານ ແລະ ບັນດາອົງການທີ່ມີໜ້າທີ່ຄວາມຮັບຜິດຊອບຢ່າງທັນການ; ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ, ປະກອບເຫື່ອແຮງ, ພຸມປັນຍາເຂົ້າໃນການສ້າງກົດໝາຍ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ ແລະ ການຕິດຕາມກວດກາສູງສຸດສຳລັບການເຄື່ອນໄຫວຂອງກົງຈັກລັດ.

ບັນຍາກາດການພົບປະ

        ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກໍໃຫ້ຮູ້ວ່າ ສະພາແຫ່ງຊາດໄດ້ປະກາດໃຊ້ຫຼາຍກົນໄກ, ນະໂຍບາຍພິເສດ ແນໃສ່ສ້າງໂອກາດພັດທະນາກ້າວກະໂດດຂັ້ນ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນ ກໍໄດ້ວາງອອກ 12 ໜ້າທີ່, ມາດຕະການຈຸດສຸມ. ດ້ວຍຫຼາຍມາດຕະການທີ່ຕິດແທດກັບຕົວຈິງຄືແນວນັ້ນ, ນະຄອນ ໂຮ່ຈີມິນ ຈະນຳໜ້າທົ່ວປະເທດກ່ຽວກັບການສຶກສາ, ສາທາລະນະສຸກ, ເບິ່ງແຍງດູແລສຸຂະພາບຂອງປະຊາຊົນ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.

ເລຕວຽດ

This site is protected by reCAPTCHA and the Google Privacy Policy and Terms of Service apply.