ຂ່າວເດັ່ນ

ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ: ຫວຽດ​ນາມ ຖື​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ເປັນ​ເຈົ້າ​ກຳ, ກຳ​ລັງ​ໜູນ, ເປົ້າ​ໝາຍ​ໃຫ້​ແກ່​ການ​ພັດ​ທະ​ນາ

ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ: ຫວຽດ​ນາມ ຖື​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ເປັນ​ເຈົ້າ​ກຳ, ກຳ​ລັງ​ໜູນ, ເປົ້າ​ໝາຍ​ໃຫ້​ແກ່​ການ​ພັດ​ທະ​ນາ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ສ.ອູເບກິດສະຖານ ຢ່າງເປັນທາງການ, ຕອນບ່າຍວັນທີ 08 ເມສາ ຕາມເວລາ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ອູເບກິດສະຖານ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ ບັນດາໝາກຜົນການຮ່ວມມືຂອງສອງປະເທດເປັນໜ້າຊື່ນຊົມທີ່ສຸດ ແຕ່ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ ແລະ ສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ. ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ອູເບກິດສະຖານ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ສະເໜີວ່າ:

        “ເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ ແລະ ປຸງແຕ່ງຜະລິດຕະພັນກະເສດ, ອູເບກິດສະຖານ ມີທ່າແຮງກ່ຽວກັບຝ້າຍ, ໝາກໄມ້ ແລະ ຜະລິດຕະພັນທີ່ມີຄຸນນະພາບສູງ, ໃນຂະນະທີ່ ຫວຽດນາມ ມີເຕັກໂນໂລຢີປຸງແຕ່ງ, ມີເຕັກນິກການປູກລ້ຽງສິນໃນນ້ຳ ແລະ ການສົ່ງອອກຜະລິດຕະພັນກະເສດ. ວິສາຫະກິດສອງປະເທດອາດຈະຮ່ວມມືສ້າງລະບົບສະໜອງ, ຈາກການຜະລິດ, ປຸງແຕ່ງຕະຫຼອດຮອດການສົ່ງອອກ, ຍາດແຍ່ງທ່າໄດ້ປຽບຂອງສັນຍາການຄ້າເສລີ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີຣົບ ເພື່ອນຳຜະລິດຕະພັນທີ່ມີຄຸນນະພາບສູງສົ່ງອອກຕະຫຼາດສາກົນ. ທີສອງແມ່ນພັດທະນາຂະແໜງອຸດສາຫະກຳຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ”.

ການໂອ້ລົມສົນທະນາ

        ໃນການໂອ້ລົມສົນທະນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເປັນສັກຂີພິຍານພິທີມອບ-ຮັບບັນດາຂໍ້ຕົກລົງຮ່ວມມື: ແຜນການເຄື່ອນໄຫວລວມຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າ ໄລຍະ 2025 – 2026 ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງລົງທຶນ, ການຄ້າ ແລະ ອຸດສາຫະກຳ ອູເບກິດສະຖານ; ໂຄງການຮ່ວມມືລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ອູເບກິດສະຖານ ໄລຍະ 2025 – 2026; ບົດບັນທຶກຊ່ວຍຈຳການຮ່ວມມືໃນຂົງເຂດສາທາລະນະສຸກລະຫວ່າງກະຊວງສາທາລະນະສຸກ ຫວຽດນາມ ແລະ ກະຊວງສາທາລະນະສຸກ ອູເບກິດສະຖານ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ພົບປະເຈລະຈາກັບທ່ານ Nuriddin Ismoilov ປະທານສະຖາບັນນິຕິບັນຍັດ, ສະພາຕ່ຳ, ອູເບກິດສະຖານ.

        ຕອນບ່າຍຂອງວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ພົບປະເຈລະຈາກັບທ່ານ Nuriddin Ismoilov ປະທານສະຖາບັນນິຕິບັນຍັດ (ສະພາຕ່ຳ) ອູເບກິດສະຖານ.

ເລຕວຽດ

This site is protected by reCAPTCHA and the Google Privacy Policy and Terms of Service apply.