ຂ່າວເດັ່ນ

ປະ​ເທດ ຝ​ລັ່ງ ອາ​ໄລ​ຫາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ບຸກ​ໂຈມ​ຕີ​ຢູ່ ປາ​ຣີ ຄົບ​ຮອບ 10 ປີ

ປະ​ເທດ ຝ​ລັ່ງ ອາ​ໄລ​ຫາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ບຸກ​ໂຈມ​ຕີ​ຢູ່ ປາ​ຣີ ຄົບ​ຮອບ 10 ປີ

(VOVWORLD) - ວັນທີ 13 ພະຈິກ, ປະເທດ ຝລັ່ງ ໄດ້ຈັດຫຼາຍພິທີເພື່ອອາໄລຫາຜູ້ປະສົບເຄາະຮ້າຍໃນເຫດບຸກໂຈມຕີທີ່ນອງເລືອດເກີດຂຶ້ນໃນຄ່ຳຄືນວັນທີ 13 ພະຈິກ 2015 ຄົບຮອບ 10 ປີ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ 130 ຄົນ ແລະ ສັ່ນສະເທື່ອນໄປທົ່ວໂລກ.

ເມື່ອກ່າວຄຳເຫັນທີ່ພິທີອາໄລຫາທີ່ຈັດຂຶ້ນຢູ່ໂຮງລະຄອນ Bataclan, ທ່ານ  Emanuel Macron ປະທານາທິບໍດີ ຝລັ່ງ ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີບັ້ນຕໍ່ສູ້ຕ້ານການກໍ່ການຮ້າຍ ແລະ ເປັນເຈົ້າການຮັບມືກັບບັນດາຮູບແບບບຸກໂຈມຕີຫົວຮຸນແຮງແບບໃໝ່.

“ເປັນໄລຍະ 10 ປີ ພາຍຫຼັງເຫດບຸກໂຈມຕີກໍ່ການຮ້າຍທີ່ນອງເລືອດທີ່ສຸດ, ພວກເຮົາໄດ້ເຮັດທຸກສິ່ງທຸກຢ່າງທີ່ສາມາດສະກັດກັ້ນ ແລະ ຍູ້ລັດທິສ່ຽງຕາຍຕໍ່ສູ້ຈາກພາຍນອກໃຫ້ຖອຍໄປ. ແຕ່ມັນພັດປະກົດຂຶ້ນດ້ວຍຮູບແບບອື່ນ, ຈາກພາຍໃນ, ມິດງຽບ, ຍາກທີ່ຈະຮັບຮູ້ ແລະ ຄາດຄະເນລ່ວງໜ້າກວ່າເກົ່າ. ຕໍ່ໜ້າສະພາບການຕົວຈິງນັ້ນ, ຝລັ່ງ ຢັ້ງຢືນວ່າ ຈະຢຶດໝັ້ນປະຕິບັດການຕໍ່ສູ້ກໍ່ການຮ້າຍ, ພ້ອມທັງໃຫ້ຄຳໝັ້ນສັນຍາປົກປັກຮັກສາບັນດາຄຸນຄ່າແກ່ນສານແຫ່ງຄວາມຍຸຕິທຳ ແລະ ເສລີພາບ”.

ກໍໃນວັນທີ 13 ພະຈິກ, ຢູ່ບັນດາສະຖານທີ່ເຄີຍຖືກບຸກໂຈມຕີຄື: ຮ້ານກາເຟ, ພັດທະຄານ, ຫ້ອງປະສານສຽງ ແລະ ສະໜາມກິລາ Stade de France, ປະຊາຊົນ ແລະ ບັນດາເຈົ້າໜ້າທີ່ໄດ້ວາງດອກໄມ້, ຈູດທູດ, ໄຕ້ທຽນເພື່ອອາໄລຫາຜູ້ປະສົບເຄາະຮ້າຍໃນເຫດການນີ້.

ແອັງຕວັນ, ແອັງຕວຽນ - ນັກຂ່າວ VOV  ປະຈຳ ຝລັ່ງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.