ຂ່າວເດັ່ນ

ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ບັນ​ລຸ​ແຕ່ 10%ຂຶ້ນ​ໄປ, ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ

ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ບັນ​ລຸ​ແຕ່ 10%ຂຶ້ນ​ໄປ, ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານບັນດາກອງປະຊຸມຂອງຄະນະປະຈຳລັດຖະບານເພື່ອປະກອບຄຳເຫັນກ່ຽວກັບບາງເນື້ອໃນສຳຄັນເພື່ອປະຕິບັດເປົ້າໝາຍນຳການເຕີບໂຕເສດຖະກິດບັນລຸລະດັບ 10% ຂຶ້ນໄປ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ວັນທີ 16 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານບັນດາກອງປະຊຸມຂອງຄະນະປະຈຳລັດຖະບານເພື່ອປະກອບຄຳເຫັນກ່ຽວກັບບາງເນື້ອໃນສຳຄັນເພື່ອປະຕິບັດເປົ້າໝາຍນຳການເຕີບໂຕເສດຖະກິດບັນລຸລະດັບ 10%ຂຶ້ນໄປ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໃນສະພາບການປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຂໍ້ຕິດຂັດຫຼາຍຢາງ, ໂຄງການຍັງຄົງຄ້າງ, ແກ່ຍາວ, ປຸກລຸກ, ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ, ຊຸກຍູ້ບັນດາກຳລັງໜູນພັດທະນາ, ປະກອບສ່ວນເຂົ້າໃນການພັດທະນາໂດຍໄວ ແລະ ຍືນຍົງ. ກ່ຽວກັບສະພາບການ, ໝາກຜົນຂອງການຜັນຂະຫຍາຍແກ້ໄຂບັນດາໂຄງການ, ວິສາຫະກິດມີຄວາມຄືບໜ້າຊັກຊ້າ, ບໍ່ມີປະສິດທິຜົນຂອງຂະແໜງອຸດສາຫະກຳການຄ້າ, ທ່ານນາຍົກລັດຖະມົນຕີ ຊີ້ນຳບັນດາໜ້າທີ່, ມາດຕະການ ແລະ ກຳນົດເວລາປະຕິບັດສຳເລັດສຳລັບແຕ່ລະກະຊວງ, ອົງການ, ວິສາຫະກິດທີ່ກ່ຽວຂ້ອງ. ທ່ານນຍົກລັດຖະມົນຕີ ຮຽກຮ້ອງຕ້ອງປະຕິບັດບັນດາໂຄງການຍັງເຫຼືອໃຫ້ສຳເລັດ, ຖ້າເກີດຂຶ້ນຂໍ້ຕິດຂັດ ສືບຕໍ່ລາຍງານ, ສະເໜີ, ເສີມຂະຫຍາຍຈິດໃຈກ້າຄິດກ້າທຳ, ເພື່ອຜົນປະໂຫຍດລວມຢູ່ລະດັບສູງທີ່ສຸດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.